ພໍ່ເອົາມໍລະດົກ 400 ລ້ານໃຫ້ລູກສາວໂດຍມີເງື່ອນໄຂຄືຕ້ອງເຮັດວຽກ ແຕ່ລາວປະຕິເສດ
ຍິງສາວຊາວອອສເຕເລຍຖືກປະຕິເສດບໍ່ໃຫ້ເຂົ້າເຖິງມໍລະດົກມູນຄ່າກວ່າ 12 ລ້ານຫຼຽນ ຫຼື ປະມານ 400 ລ້ານບາດ ເພາະລາວປະຕິເສດທີ່ຈະປະຕິບັດຕາມເງື່ອນໄຂຂອງພໍ່ຜູ້ລ່ວງລັບໄປແລ້ວ ນັ້ນກໍຄືການມີວຽກທີ່ໝັ້ນຄົງ
ແຄຣ ບຣາວ ມີສິດໄດ້ຮັບມໍລະດົກ 400 ລ້ານຈາກພໍ່ຂອງລາວແຕ່ຕາມຂໍ້ກຳນົດໃນພິໄນກຳຂອງພໍ່ລາວກັບມີເງື່ອນໄຂທີ່ລະບຸວ່າ ລາວຕ້ອງເຮັດວຽກປະຈຳ ແລະ ບໍລິຈາກເງິນຊ່ວຍເຫຼືອສັງຄົມແຕ່ລາວກັບປະຕິເສດທີ່ຈະເຮັດຕາມເງື່ອນໄຂໃນພິທີກຳໂດຍອ້າງວ່າ ເງື່ອນໄຂດັ່ງກ່າວມັນເປັນໄປບໍ່ໄດ້ເນື່ອງຈາກປັນຫາສຸຂະພາບຂອງຕົວລາວເອງ ໃນຂະນະດຽວກັນລາວກໍໃຊ້ຊີວິດຢູ່ພາຍໃຕ້ສະວັດດິການຂອງລັດດ້ວຍຖານະທີ່ຍາກຈົນ
ຈາກການລາຍງານລະບຸວ່າ ຄຣິສ ພໍ່ຂອງແຄຣເປັນນັກເທຣດຫຸ້ນທີ່ປະສົບຄວາມສຳເລັດ ເຂົາເຄີຍຊ່ວຍເຫຼືອເງິນໃຫ້ກັບລາວປະມານ 500 ຫຼຽນຕໍ່ອາທິດ ແຕ່ກໍຕ້ອງຕັດຂາດຈາກລາວໄປ ແລະ ລາວກໍຖືກບັງຄັບໃຫ້ໃຊ້ເງິນສະຫວັດດີການຈາກຣັດຖະບານ
ເມື່ອຄຣິສ ເສຍຊີວິດໃນຊ່ວງຕົ້ນປີທີ່ຜ່ານມາ ເຂົາໄດ້ມອບຊັບສິນສົມບັດໃຫ້ລາວກັບຄອບຄົວ ໂດຍມີເງື່ອນໄຂ 2 ຂໍ້ນັ້ນກໍຄືການມີ ວຽກເຮັດງານທຳ ແລະ ການຊ່ວຍເຫຼືອສັງຄົມ ແຕ່ນັ້ນເປັນ 2 ສິ່ງທີ່ແຄຣອ້າງວ່າລາວບໍ່ສາມາດເຮັດໄດ້
ແຄຮອ້າງວ່າ ລາວມີອາການສະມາທິສັ້ນຢ່າງຮຸນແຮງເຊິ່ງເຮັດໃຫ້ລາວບໍ່ສາມາດປະຕິບັດຕາມເງື່ອນໄຂຂອງພໍ່ໄດ້ ລາວບອກວ່າຕົນເອງຕ້ອງຈົດລາຍການທຸກສິ່ງທຸກຢ່າງທີ່ຕ້ອງເຮັດເອົາໄວ້ບໍ່ສະນັ້ນລາວຈະຕ້ອງລືມສິ່ງທີ່ຕ້ອງເຮັດໃນມື້ນັ້ນ
ໃນທາງກົງກັນຂ້າມ ຍາດພີ່ນ້ອງຂອງແຄຣບອກວ່ານີ້ເປັນພຽງຂໍ້ອ້າງທີ່ລາວຈະໄດ້ບໍ່ຕ້ອງເຮັດຕາມຄວາມປາຖະໜາຂອງພໍ່ລາວ