ຮຽບຮ້ອຍ! 2 ຝ່າຍເຜີຍຣັດເຊຍຢຶດ ຊີວີໂຣໂດເນດ ໄດ້ສໍາເລັດແລ້ວ

ຮຽບຮ້ອຍ! 2 ຝ່າຍເຜີຍຣັດເຊຍຢຶດ ຊີວີໂຣໂດເນດ ໄດ້ສໍາເລັດແລ້ວ

ກອງກໍາລັງຣັດເຊຍເຂົ້າຢຶດຊີວີໂຣໂດເນດ ເມືອງທາງຕາເວັນອອກຂອງຢູເຄຼນໄດ້ສໍາເລັດເດັດຂາດຈາກການເປີດເຜີຍຂອງທັງສອງຝ່າຍ ຢືນຢັນຄວາມປະລາໄຊໃນສະໜາມຮົບຂອງຄຽບຄັ້ງໃຫຍ່ຫຼວງໃນຮອບກວ່າ 2ເດືອນ ຫຼັງປະທະນອງເລືອດ

ຂະນະທີ່ບໍຣິດ ຈອນສັນ ນາຍົກລັດຖະມົນຕີສະຫະລາດຊະອານາຈັກ ເລີ່ມສະແດງຄວາມກັງວົນວ່າຢູເຄຼນອາດຖຶກກົດດັນໃຫ້ເຫັນພ້ອມຂໍ້ຕົກລົງສັນຕິພາບໃນແບບທີ່ປະທານາທິບໍດີວະລາດິມີ ປູຕິນ ຕ້ອງການ.


ຢູເຄຼນຮຽກການລ່າຖອຍອອກຈາກເມືອງວ່າເປັນ “ການຖອນກໍາລັງທາງເທັກນິກ” ເພື່ອສູ້ຮົບຈາກຕໍາແໜ່ງທີ່ສູງຂື້ນໃນລີຊີຊານ ເຊິ່ງຢູ່ຝັ້່ງກົງກັນຂ້າມແມ່ນໍ້າຊິເວສະກີ ແນວໃດກໍ່ຕາມ ທາງແບ່ງແຍກດິນແດນຝັກໃຝ່ຣັດເຊຍ ບອກວ່າເວລານີ້ ກອງກໍາລັງມອສໂກກໍາລັງໂຈມຕີລີຊີຊານດ້ວຍເຊັ່ນກັນ.


ເວລານີ້ຣັດເຊຍເດີນໜ້າກົດດັນແລະຢຶດພື້ນທີ່ໃນຝັ່ງກົງກັນຂ້າມແມ່ນໍ້າເພີ່ມເຕີມ ສ່ວນຢູເຄຼນກໍໄດ້ແຕ່ຫວັງວ່າການທຸ່ມກໍາລັງຂອງຣັດເຊຍສໍາຫຼັບຢຶດເມືອງນ້ອຍໆ ທີ່ເຫຼືອແຕ່ຊາກແຫ່ງນີ້ຈະເຮັດໃຫ້ກອງກໍາລັງມອສໂກອ່ອນແອລົງແລະບໍ່ພ້ອມສໍາຫຼັບຮັບມືກັບການໂຈມຕີຕອບໂຕ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page