ຕາເວັນຕົກຄຽດ! ຣັດເຊຍຈັດໜັກ ກຽມມອບຂີປະນາວຸດຕິດຫົວຮົບນິວເຄຼຍໃຫ້ເບລາຣຸສ
ຣັດເຊຍຈະສົ່ງມອບຂີປະນາວຸດສັກກະຍາພາບຫົວຮົບນະເຄຼຍໃຫ້ແກ່ເບລາຣຸສໃນອີກບໍ່ຮອດເດືອນທາງໜ້າ ຈາກຄໍາກ່າວຂອງປະທານາທິບໍດີ ວະລາດິມີ ປູຕິນ ແຫ່ງຣັດເຊຍ ລະຫວ່າງໃຫ້ການຕ້ອນຮັບ ອາເລັກຊານເດິ ລູຄາເຊນໂກ ປະທານາທິບໍດີ ເບລາຣຸດ
“ ໃນອີກບໍ່ເຮືອນເດຶອນທາງໜ້າ ເຮົາຈະສົ່ງມອບຂີປະນາວຸດ ທາງເທັກນິກອິດກັນເດິ-ເອັມ ແກ່ເບລາຣຸສ ເຊິ່ງສາມາດໃຊ້ຂີປະນາວຸດແບບຖິ້ມຕົວ ຫຼືຂີປະນາວຸດຮ້ອນໃນເວີຊັນທໍາມະດາແລະເວີຊັນນິວເຄຼຍ” ປູຕິນ ກ່າວໃນຊ່ວງຕົ້ນຂອງການພົບປະເຈລະຈາກັບ ລູຄາເຊນໂກ ໃນເມືອງເຊນປີເຕີສະເບິດ ເຊິ່ງມີການອອກອາກາດທາງສະຖານີຣັດເຊຍ
ນອກຈາກນີ້ ປູຕິນ ຍັງສະເໜີຊ່ວຍ ອັບເກດຝູງບິນຂອງເບລາຣຸສ ເຮັດໃຫ້ຝຸງບິນເຫຼົ່ານັ້ນມີສັກກາຍາພາບທຸກອາວຸດນະເຄຼຍ ທ່າມກາງຄວາມຕຶງຄຍດກັບຕາເວັນຕົກຕໍ່ກໍລະນີຢູເຄຼນ.
“ ກອງທັບເບລາຣຸສມີເຄື່ອງບິນຊູ-25 ໃນປະຈໍາການຈານວນຫຼາຍ ພວກມັນສາມາດອັບເດດໄດ້ຢ່າງເໝາະສົມ” ຜູ້ນໍາຣັດເຊຍກ່າວ “ການປັບປຸງໃຫ້ມີຄວາມທັຍສະໄໝນີ້ຈະດໍາເນີນການໃນໂຮງງານເຄື່ອງບິນໃນຣັດເຊຍ ແລະ ຕາມນີ້ການຝຶກຝົນດ້ານບຸຄະລາກອນກໍໜ້າຈະມີຂື້ນ” ເຂົາກ່າວ ຫຼັງລູຄາເຊນໂກ ຮອ້ງຂໍໃຫ້ເຂົາຊ່ວຍປັບປຸງຝູງບິນ.