ຄວນຮູ້! ພາວະໂລຫິດຈາງເກີດຂື້້ນຍ້ອນສາເຫດໃດ

ຄວນຮູ້! ພາວະໂລຫິດຈາງເກີດຂື້້ນຍ້ອນສາເຫດໃດ

ເຊິ່ງພາວະໂລຫິດຈາງ ເປັນພາວະທີ່ເກີດຈາກຮ່າງກາຍມີເມັດເລືອດແດງມີນ້າທີ່ໃນການນໍາອອກຊີເຈນໄປໃຫ້ເຊວແລະເນືອເຍື່ອຕ່າງໆ ໃນຮ່າງກາຍ ການມິເມັດເລືອດແດງຫຼຸດລົງຈຶ່ງສົ່ງຜົນໃຫ້ເກີດຄວາມຜິດປົກກະຕິໄດ້ຫຼາກຫຼາຍ

ຕັ້ງແຕ່ອາການເມືື່ອຍງ່າຍ,ອອ່ນເພຍ,ໝົດສະຕິ ຫາກໂລຫິກຈາງຮຸນແຮງສົ່ງຜົນຕໍ່ການເຮັດວຽກຂອງຫົວໃຈ ເຮັດວຽກຫຼາຍຂື້ນຈົນຫົວໃຈລົ້ມເຫຼວໄດ້ ອາການຕ່າງໆອາດເກີດຂື້ນຫຼາຍນ້ອຍແຕກຕ່າງກັນໃນແຕ່ລະຄົນຂື້ນຢູ່ກັບລະດັບເມັດເລືອດແດງຂອງແຕ່ລະຄົນ ແອດຈະມາບອກບັນຫາການເກີດຂື້ນຂອງໂລຫິດຈາງມີຢູ່ 3ບັນຫາຫຼັ້ກໆຄື:


1.ການສ້າງເມັດເລືອດແດງຫຼຸດລົງເຊິ່ງສາເຫດມາຈາກ:ຂາດສານອາຫານທີ່ຈໍາເປັນຕໍ່ການສ້າງເມັດເລືອດແດງໄດ້ແກ່ທາດເຫຼັກ,ວິຕາມິນບີ12, ໂລກຂອງໄຂກະດູກ, ໂລກຊໍ້າເຮື້ອບາງຊະນິດ,ໂລກມະເຮັງ,ໂລກຂໍ້ອັກເສບ, ໂລກກ່ຽວກັບລະບົບພູມຄຸ້ມກັນເປັນຕົ້ນ.


2.ການທໍາລາຍເມັດເລືອດແດງຫຼາຍຂື້ນໃນຮ່າງກາຍ: ເປັນສາເຫດເຮັດໃຫ້ເລືອດແດງແຕກງ່າຍກວ່າປົກກະຕິ, ຜູ້ປ່ວຍມັກຈະມີອາການຕົນຕົວແລະຕາເຫຼືອງ, ເກີດຈາກພູມຄຸ້ມກັນຂອງຕົນເອງທໍາລາຍເມັດເລືອດແດງເປັນໂລກທີ່ພົບຫຼາຍໃນເພດຍິງ.


3.ການເສຍເລືອດເກີດຂື້ນຢ່າງກະທັນຫັນ: ຄືການເກີດອຸບັດຕິເຫດ, ການຕົກເລືອດຫຼືຄ່ອຍໆເສຍເລືອດທາງປະຈໍາເດືອນໃນເພດຍິງ,ເສຍເລືອດທາງເດີນອາຫານຂອງເພດຊາຍ,ແລະຜູ້ຍິງໄວໝົດປະຈໍາເດືອນຜູ້ປ່ວຍເສຍເລືອດກໍມັກຈະມີການຂາດທາດເຫຼັກຕາມມາດ້ວຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page