ທົນບໍ່ໄຫວ! ປະຊາຊົນຫຼາຍພັນຄົນປະທ້ວງຕ້ານນາໂຕ້ເອົາຄວາມສະຫງົບຄືນມາເອົາສົງຄາມກັບໄປ
ຜູ້ຊຸມນຸມຕໍ່ຕ້ານນາໂຕ້ຫຼາຍພັນຄົນ ເດີນຂະບວນໃນກຣຸງມາດຣິດ ປະທ້ວງບໍ່ເອົາສົງຄາມຂອງພັນທະມິດທະຫານແຫ່ງນີ້ ກ່ອນການປະຊຸມຊໍາມິດນາໂຕ້ໃນເມືອງຫຼວງຂອງສະເປນ ເຊິ່ງຈະມີຂື້ນໃນຊ່ວງກາງອາທິດ ພວກຜູ້ປະທວງຮຽກຮ້ອງໃນຍຸບນາໂຕ້ທີນໍາໂດຍສະຫະລັດ ແລະ ຂໍໃຫ້ປິດຖາມທັບທະຫານຂອງນາໂຕ້ທີ່ດູແລໂດຍອາເມຣິກາໃນນາໂຕ້.
ມີການລະບຸວ່າບັນດາຜູ້ປະທ້ວງຍົກປ້າຍຂໍ້ຄວາມວ່າ “ບໍ່ເອົານາໂຕ້ ບໍ່ເອົາສົງຄາມ ເພື່້່ອຄວາມສະຫງົບສຸກ” ລະຫວ່າງເດີນຂະບວນໄປທົ່ວເມືອງຫຼວງຂອງສະເປນ
ນອກຈາກການປະທ້ວງແລ້ວບັນດາຜູ້ຊຸມນຸມມີແຜນນັດເດີນຂະບວນການອີກຮອບ ເຊິ່ງເປັນມື້ທໍາອິດຂອງການປະຊຸມຊໍາມິດນາໂຕ້
ແນວໃດກໍຕາມລັດຖະບານສະເປນບໍ່ອະນຸຍາດໃຫ້ມີການຊຸມນຸມດັ່ງກ່າວ ໂດຍອ້າງເຫດຜົນດ້ານຄວາມປອດໄພ
“ ລົດຖັງຫັ້ນຫວາ ບໍ່ລະ ຂໍເປັນເບຍກັບອາຫານຮຽກນໍ້າຍ່ອຍດີກວ່າ” ພວກຜູ້ປະທ້ວງຮ້ອງຂື້ນ ອ້າງວ່າສຽງຮຽກຮ້ອງຂອງນາໂຕ້ທີ່ຂໍໃຫ້ບັນດາຊາດຢູໂຣບເພີ່ມການໃຊ້ຈ່າຍດ້ານກະຊວງເປັນ “ ໄພຄຸກຄາມສັນຕິພາບ”