ຄວນຮູ້! ກິນປາມີຄຸນປະໂຫຍດຕໍ່ຮ່າງກາຍແລະສຸຂະພາບແນວໃດ
ປາເປັນໜຶ່ງໃນອາຫານທີ່ດີທີ່ສຸດຕໍ່ສຸຂະພາບ ເຕັມໄປດ້ວຍສານອາຫານທີ່ສຳຄັນ ເຊັ່ນ: ໂປຣຕີນ ແລະ ວິຕາມິນ ແລະ ຍັງເປັນແຫຼ່ງຂອງກົດໄຂມັນໂອເມກ່າ 3 ເຊິ່ງມີຄວາມສຳຄັນຢ່າງຍິ່ງຕໍ່ຮ່າງກາຍ ແລະ ສະໝອງ ປະໂຫຍດຂອງການກິນປາເປັນປະຈຳຊ່ວຍໃນເລື່ອງໃດໄດ້ແດ່ ມື້ນີ້ແອດມີຂໍ້ມູນຈະມາບອກດັ່ງລຸ່ມນີ້:
• ປາຈັດໄດ້ວ່າເປັນແຫຼ່ງອາຫານໂປຣຕີນສຸດຍອດ ສາມາດຍ່ອຍໄດ້ງ່າຍ ເພາະເມື່ອລະບົບຍ່ອຍບໍ່ເຮັດວຽກໜັກ ກໍຈະເຮັດໃຫ້ຍ່ອຍອາຫານໄດ້ໄວຂຶ້ນ ແລະ ດູດຊຶມສານອາຫານນຳໄປໃຊ້ງານໄດ້ດີຂຶ້ນ
• ຊ່ວຍໃນການຊ່ອມແຊມສ່ວນທີ່ສວມໃສ່ ຊ່ວຍເສີມສ້າງໃຫ້ຮ່າງກາຍມີການພັດທະນາດ້ານສິ່ງຕ່າງໆທີ່ດີ
• ຊ່ວຍປ້ອງກັນຄໍຫອຍພອກ ເຊິ່ງເກີດຈາກການຂາດແຮ່ທາດໄອໂອດີນ ເຊິ່ງພົບຫຼາຍໃນປາທະເລ
• ການກິນປາຕົ້ມຈະຊ່ວຍໃຫ້ນໍ້າໜັກລົດລົງໄດ້ ຫາກກິນເປັນປະຈຳຈະຊ່ວຍເຮັດໃຫ້ຜິວພັນດີ ແລະ ແຂງແຮງ
• ກົດອະມິໂນໃນປາ ຊ່ວຍໃນເລື່ອງຂອງລະບົບສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍ ເຮັດໃຫ້ນອນຫຼັບສະບາຍ ແລະ ຫຼັບຊະນິດ ບໍ່ທ້ອງອືດ ແລະ ບໍ່ອຶດອັດເວລານອນ
• ປາທີ່ອຸດົມໄປດ້ວຍກົດໄຂມັນໂອເມກ່າ 3 ສາມາດລົດຄວາມສ່ຽງຂອງການເສື່ອມສະພາບຂອງດວງຕາເຊິ່ງເກີດຈາກອາຍຸທີ່ຫຼາຍຂຶ້ນ