ເຢຍລະມັນແນະນຳປະຊາຊົນອາບນ້ຳໜ້ອຍລົງເພື່ອຮັບມືຣັດເຊຍຕັດພະລັງງານ
ໂຣເບິດ ຮາເບ ຮອງນາຍົກລັດຖະມົນຕີແລະລັດຖະມົນຕີເສດຖະກິດຂອງເຢຍລະມັນນີ ອອກມາແນະນໍາໃນປະຊາຊົນຫຼຸດເວລາໃນການອາບນໍ້າ ເພື່ອຮັບມືກັບສິ່ງທີ່ເຂົາຮຽກວ່າເປັນວິກິດກະທັນຫັນທາງພະລັງງານ
ຫຼັງຣັດເຊຍຫຼຸດປ້ອນການສະໜອງກ໊າຊທໍາມະຊາດແກ່ປະເທດແຫ່ງນີ້ ພ້ອມສົ່ງສຽງເຕືອນໃນກໍລະນີໂຫດຮ້າຍທີ່ສຸດ ບໍລິສັດຕ່າງໆ ອາດຕ້ອງຢຸດການຜະລິດ ພະນັກງານຖຶກເລີກຈ້າງ ປະຊາຊົນຈະເປັນໜີ້ແລະຍາກຈົນລົງ.
ລັດຖະມົນຕີທ່ານນີ້ຍັງໃຫ້ສໍາພາດວ່າການໃຊ້ເຄື່ອງທໍາຄວາມຮ້ອນຕາມອະພາດເມັ້ນຕ່າງໆ ຈະຊ່ວຍເຢຍລະມັນນີໄດ້ຫຼາຍ ສໍາລັບຜ່ານພົ້ນຄວາມລໍາບາກຕ່າງໆທີ່ມີຣັດເຊຍເປັນຕົ້ນເຫດ.
ເມື່ອຖາມວ່າໂດຍສ່ວນຕົວແລ້ວ ເຂົາຈະສະໜັບສະໜູນແນວໃດຕໍ່ຄວາມພະຍາຍາມປະຢັດກ໊າຊທົ່ວປະເທດໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ ກ່ອນຮອດລະດູໜາວ ເຊິ່ງເປັນຊ່ວງເວລາຍາກລໍາບາກຂອງເຢຍລະມັນ ຮາເບຕອບວ່າເຂົາປະຕິບັດຕາມຄໍາແນະນໍາຂອງກະຊວງຂອງເຂົາຢ່າງເຄັ່ງຄັດ “ ຂ້ອຍຂໍເວົ້າອີກຄັ້ງ ຂ້ອຍຈະຊ່ວຍຫຼຸດເວລາໃນການອາບນໍ້າລົງໃຫ້ເຫຼືອສັ້ນທີ່ສຸດ”