ເຖິງກັບຜິດຫວັງ! ສະເປນເຜີຍນາໂຕ້ຍັງບໍ່ເຄີຍພິຈາລະນາຮັບຢູເຄຼນເຂົ້າເປັນສະມາຊິກ
ໂຮເຊ ມານູເອ ອໍາບາເຣ ລັດຖະມົນຕີຕ່າງປະເທດສະເປນໃຫ້ສໍາພາດວ່າ ນາໂຕ້ເຊີນປະທານາທິບໍດີໂວໂລດິມີ ເຊເລນສະກີ ເຂົ້າຮ່ວມການປະຊຸມໃນກຣຸງມາດຣິດທີ່ກໍາລັງມາເຖິງ ແຕ່ບໍ່ໄດ້ໝາຍຄວາມວ່າທາງກຸ່ມມີແຜນເຊີນຢູເຄຼນເຂົ້າຮ່ວມເປັນສະມາຊິກໃນອານາຄົດອັນໃກ້ແຕ່ຢ່າງໃດ
ເມື່ອຖຶກຖາມວ່າພັນທະມິດທະຫານແຫ່ງນີ້ຈະຍັງຄົງປິດປະຕູຕ້ອນຮັບໃຫ້ຢູເຄຼນເຂົ້າຮ່ວມເປັນສະມາຊິກ “ ໃນໄລຍະກາງ” ຫຼືບໍ່ທາງອໍາບາເຣສ ຕອບວ່າ “ ບໍ່ເຄີຍຢູ່ໃນໂຕະພິຈາລະນາແລະບໍ່ໄດ້ຢູ່ໃນໂຕະພິຈາລະນາໃນເວລານີ້”
ການຂະຫຍາຍອານາເຂດໃນທິດຕາເວັນອອກຂອງນາໂຕ້ ເປັນໜື່ງໃນເຫດຜົນທີ່ຣັດເຊຍໃຊ້ເປັນຂໍ້ອ້າງໃນການເປີດປະຕິບັດການຮຸກຮານຢູເຄຼນ ໃນເດືອນກຸມພາ ເຄຼມຣິນຮຽກຮ້ອງໃຫ້ຄຽບປະກາດຕົນຢ່າງເປັນທາງການໃນຖານະ “ປະເທດເປັນກາງ” ເຊິ່່້່ງຈະບໍ່ມີມື້ເຂົ້າຮ່ວມເປັນສະມາຊິກອົງການນາໂຕ້ທີ່ນໍາໂດຍສະຫະລັດ.