5 ຄຸນປະໂຫຍດສໍາຄັນຂອງການກິນ “ ໝາກສາລີ”
ໝາກສາລີ ອຸດົມໄປດ້ວຍວິຕາມິນເອ,ວິຕາມິນບີ,ແຮ່ທາດ,ເສັ້ນໃຍອາຫານ ແລະ ເປັນແຫຼ່ງຂອງສານຕ້ານອະນຸມູນອິດສະຫຼະ ເຊື່ອກັນວ່າການຮັບປະທານສາລີ ມີປະໂຫຍດຕໍ່ຮ່າງກາຍຫຼາຍຢ່າງເຊັ່ນ: ຊ່ວຍບໍາລຸງສາຍຕາ, ຊ່ວຍລະບົບຂັບຖ່າຍເຮັດວຽກໄດ້ດີຂື້ນ ລວມເຖິງປ້ອງກັນໂລກຫຼອດເລືອດຫົວໃຈໄດ້ເປັນຕົ້ນ.
1.ອຸດົມໄປດ້ວຍສານອາຫານທີ່ສໍາຄັນ: ເປັນແຫຼ່ງຄາໂບໄຮເດດ ແລະ ມີສານອາຫານທີ່ຮ່າງກາຍຕ້ອງການຫຼາຍ ເຊິ່ງສານອາຫານຈະຊ່ວຍໃຫ້ຮ່າງກາຍຈະເລີນເຕີບໂຕ ບໍາລຸງກະດູກໃຫ້ແຂງແຮງ ນອກນັ້ນຍັງອຸດົມໄປດ້ວຍວິຕາມິນຫຼາກຫຼາຍຢ່າງ ໂດຍສະເພາະວິຕາມິນບີຊະນິດຕ່າງໆ ທີ່ມີຢູ່ເກືອບຄົບ.
2. ດີຕໍ່ລະບົບຍ່ອຍອາຫານ: ມີທັງໄຟເບີ່ທີ່ລະລາຍນໍ້າແລະບໍ່ລະລາຍນໍ້າ ໂດຍໄຟເບີທີ່ລະລາຍນໍ້າໄດ້ມີໜ້າທີ່ຊ່ວຍຫຼຸດລະດັບຄໍເລດເຕີລໍແລະນໍ້າຕານໃນເລືອດ ສ່ວນໄຟເບີຊະນິດທີ່ບໍ່ລະລາຍໃນນໍ້າ ຈະຊ່ວຍໃຫ້ລະບົບຍ່ອຍອາຫານ ລະບົບຂັບຖ່າຍ ແລະການເຮັດວຽກຂອງລໍາໄສ້ໄດ້ດີຂື້ນ ດັ່ງນັ້ນການກິນໝາກສາລີຈຶ່ງຊ່ວຍໃຫ້ເຮົາຂັບຖ່າຍດີຂື້ນ ຫຼຸດອາການແປປວນຂອງລໍາໄສ້.
3.ອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະ: ສານລູທີນ ແລະ ຊີແຊນທີນ ທີ່ຢູ່ໃນມາກສາລີມີສ່ວນຊ່ວຍປົກປ້ອງດວງຕາ, ເຄຊິຕິນ ຊ່ວຍຫຼຸດການອັບເສບທັງແບບກະທັນຫັນແລະເຮື້ອຮັງປ້ອບງກັນການເກີດໂລກທາງລະບົບປະສາດ.
4.ຕ້ານໂລກມະເຮັງ: ມາກສາລີຫວານທີ່ສຸກແລ້ວຈະປ່ອຍກົດເຟຣູລິກ ເຊິ່ງເປັນສານຕ້ານອານຸມູນອິດສະຫຼະ ທີ່ຊ່ວຍຮັກສາໂລກມະເຮັງເຕົ້ານົມແລະມະເຮັງຕັບໄດ້ ຊ່ວຍລ້າງພິດອະນຸມູນອິດສະຫຼະທີ່ໄປທໍາລາຍກັບເຊວໃນຮ່າງກາຍ ມີສ່ວນຊ່ວຍຫຼຸດຄວາມສ່ຽງໂລກມະເຮັງລົງໄປໄດ້ລະດັບໜື່ງ.
5. ບໍາລຸງຫົວໃຈ: ໃນນ້ຳມັນສາລີຈະຊ່ວຍໃຫ້ຮ່າງກາຍດູດຊືມໄຂມັນເຫຼວໄດ້ໜ້ອຍລົງ ໃນຂະນະທີ່ໄຂມັນດີິຈະສາມາດດູດຊືມໄດ້ຫຼາຍຂື້ນ ສົ່ງຜົນໃຫ້ຄວາມສ່ຍງໂລກຫຼອດເລືອດໃນຫົວໃຈຫຼຸດລົງໄປດ້ວຍ ນອກຈາກນີນໍ້າມັນສາລີຍັງມີສັດສ່ວນໄຂມັນອິ່ມຕົວທີ່ເໝາະສົມຕໍ່ຄວາມຕ້ອງການຂອງຮ່າງກາຍ.