ມີເດືອດ!ອິນໂດບໍ່ສົນຕາເວັນຕົກກົດດັນ ເຊີນປູຕິນເຂົ້າປະຊຸມກຸ່ມ G20
ປະທານາທິບໍດີວະລາດິມີ ປູຕິນ ແຫ່ງລັດເຊຍ ມີແຜນເຂົ້າສຮ່ວມປະຊຸມກຸ່ມ G20 ໃນອິນໂດເນເຊຍໃນເດືອນພະຈິກ ຈາກການເປີດເຜີຍຂອງທີ່ປຶກສາເຄຼມລິນທ່ານໜື່ງ ຕາມຄໍາເຊີນຂອງຈາກາຕາ ເຊິ່ງຂັດຂືນສຽງຄັດຄ້ານຈາກໂລກຕາເວັນຕົກບາງປະເທດ ທ່າມກາງປະເດັນພິພາກກ່ຽວກັບວິກິດສົງຄາມໃນຢູເຄຼນ.
ແນວໃດກໍຕາມມີການບອກວ່າ “ ຍັງເລືອດອີກດົນ” ກ່ອນເຖິງການປະຊຸມກຸ່ມໃນບາຫຼີ ລະຫວ່າງວັນທີ 15-16ພະຈິກ ດັ່ງນັ້ນຈື່ງອາດມີການປ່ຽນແປງ ໃນລັກສະນະຂອງການເຂົ້າຮ່ວມຂອງຣັ້ດເຊຍ “ ແຕ່ວ່າ ສໍາລັບຕອນນີເປັນຄໍາເຊີນສໍາລັບການເຂົ້າຮ່ວມດ້ວຍຕົນເອງ”
ບັນດາຊາດຕາເວັນຕົກນໍາໂດຍສະຫະລັດ ພະຍາຍາມກົດດັນໃຫ້ອິນໂດນເນເຊຍຂັດຂວາງບໍ່ໃຫ້ມອສໂກເຂົ້າຮ່ວມການປະຊຸມ ຕາມຫຼັງລັດເຊຍເປີດປະຕິບັດການຮຸກຮານຢູເຄຼນໃນເດືອນກຸມພາແລະກ່າວຫາລັດເຊຍກໍ່ອາດຊະຍາກໍາສົງຄາມ.
ແນວໃດກໍຕາມ ໂອລາ ໂຊ ນາຍົກລັດທະມົນຕີເຢຍລະມັນ ວ່າເຂົາຍັງເປີດກ້ວາງສໍາລັບການເຂົ້າຮ່ວມການປະຊຸມຫາກປູຕິນເຂົ້າຮ່ວມດ້ວຍຕາມຄາດໝາຍກໍຕາມ.