ຢູເຄຼນໂວຍຣັດເຊຍຍິງຂີປະນາວຸດຖະລົ່ມຫ້າງທີ່ມີຜູ້ຄົນນັບພັນຄົນ

ຢູເຄຼນໂວຍຣັດເຊຍຍິງຂີປະນາວຸດຖະລົ່ມຫ້າງທີ່ມີຜູ້ຄົນນັບພັນຄົນ


ຂີປະນາວຸດຣັດເຊຍມຸ່ງໃສ່ສູນການຄ້າແຫ່ງໜື່ງທີ່ເຕັມໄປດ້ວຍຜູ້ຄົນໃນແຖບຕອນກາງຂອງຢູເຄຼນ ຈາກຄໍາກ່າວອ້າງຂອງປະທານາທິບໍດີໂວໂລດິມີ ເຊເລນ ສະກີ ໃນຂະນະທີ່ມອສໂກຍັງຄົງເດີນໜ້າ ສູ້ຮົບເພື່ອຄວບຄຸມເມືອງຫຼັກທາງຕາເວັນອອກ ແລະ ພວກຜູ້ນໍາຕາເວັນຕົກ ໃຫ້ຄໍາສັນຍາວ່າຈະສະໜັບສະໜຸນຄຽບໃນສົງຄາມ “ຕາບດົນເທົ່າດົນ”


ເຊເລນສະກີໄດ້ຂຽນລະບຸວ່າ ມີປະຊາຊົນລາຍກວ່າ 1.000ຄົນ ຢູພາຍໃນອາຄານ ຕອນທີ່ຂີປະນາວຸດຣັດເຊຍ 2ລູກ ມຸ່ງໃສ່ສູນການຄ້າໃນເມືອງເຄຼເມນຊຸກ ທາງຕາເວັນອອກສຽງໃຕ້ຂອງຄຽບ

ເຈົ້້າໜ້າທີ່ຢູເຄຼນລະບຸວ່າມີຜູ້ເສຍຊີວິດຢ່າງໜ້ອຍ 13ຄົນແລະບາດເຈັບ 50ຄົນ ໜ່ວຍກູ້ໄພສອດສ່ອງຕາມເຫຼັກທີ່ບິດບ້ຽວແລະຊາກເເຕກຫັກເພື່ອຄົ້ນຫາຜູ້ລອດຊີວິດ
“ ມັນບໍ່ແມ່ນອຸບັດຕິເຫດ ແຕ່ເປັນການໂຈມຕີທີ່ຄໍານວນໄວ້ແລ້ວຢ່າງຊັດເຈນໃສ່ສູນການຄ້າແຫ່ງນີ້” ເຊເລນສະກີລະບຸ

Leave a Reply

Your email address will not be published. Required fields are marked *

You cannot copy content of this page