5 ສັນຍານເຕືອນໂລກມະເຮັງເຕົົ້ານົມ ທີ່ສາວໆຫ້າມເບິ່ງຂ້າມ
ສາວໆຫຼາຍຄົນອາດຍັງບໍ່ຮູ້ມາກ່ອນວ່າໂລກມະເຮັງເຕົ້້ານົມ ຈັດເປັນໂລກທີ່ພົບເຫັນຕະຫຼອດ ແລະຍັງເປັນສາເຫດຕົ້ນໆທີ່ເຮັດໃຫ້ເສຍຊີວິດ ເຖິງແມ່ນວ່າໂລກມະເຮັງເຕົ້ານົມຈະມີອາການເສຍຊີວິດທີ່ສູງຫຼາຍ ແຕ່ຫາຫຮູ້ສັນຍານເຕືອນກໍຈະຊ່ວຍປ້ອງກັນໂລກນີ້ໄດ້ ຕັ້ງແຕ່ທໍາອິດ ມື້ນີ້ແອດລວມ 5 ສັນຍານເຕືອນມາໃຫ້ທຸກຄົນໄດ້ອ່ານກັນມີດັ່ງລຸ່ມນີ້:
1.ເປັນກ້ອນທີ່ເຕົ້ານົມ: ເມື່ອຜູ້ຍິງເລີ່ມມີອາຍຸ 20ປີຂື້ນໄປ ຢ່າງນ້ອຍກໍຕ້ອງກວດເຕົ້ານົມເດືອນລະ 1ຄັ້ງ ເຊິ່ງການກວດສາມາດເຮັດໄດ້ງ່າຍໆ ດ້ວຍການຍົກແຂນຂື້ນ ແລ້ວຄໍາທີ່ບໍລິເວນເຕົ້້ານົມແລະບໍລິເວນໃຕ້ຂີ້ແຮ້ໃຫ້ທົ່ວຫາກຮູ້ສຶກວ່າຜິດປົກກະຕິຫຼືມີກ້ອນຈະເປັນກ້ອນນ້ອຍລືກ້ອນໃຫຍ່ ຄວນຮີບພົບແພດໃຫ້ໄວທີ່ສຸດເພື່ອໃຫ້ແພດກວດໃຫ້ລະອຽດ
2.ມີຂອງເຫຼວໄຫຼອອກມາ: ເຊິ່ງຈະມີລັກສະນະຄືນໍ້າໜອງຫຼືນໍ້າໃສໆ ໄລອອກມາຕອນທີ່ຄໍາກວດເຕົ້ານົມ ໃຫ້ໃຊ້ວິທີ່ການບີບບໍລິເວນ ຫົວ ນົມ ເພື່ອກວດສອບເພີ່ມເຕີມເບິ່ງວ່າມີຂອງເຫຼວໄຫຼອອກມາອີກຫຼືບໍ່ ຫາກມີຄຂອງເຫຼວໄຫຼອອກມາແນະນໍາໃຫ້ຮີບພົບແພດດ່ວນ.
3. ເຕົ້ານົມປ່ຽນຂະໜາດແລະຮູບຮ່າງ: ທຸກຄັ້ງທີ່ອາບນໍ້າໃຫ້ສາວໆ ເບິ່ງແວ່ນພ້ອມທັງກວດເຕົ້ານົມທັງ 2ຂ້າງເບີ່ງວ່າມີຄວາມສົມດູນກັນຫຼືບໍ ເພາະໂດຍປົກກະຕິແລ້ວເຕົ້ານົມຂອງສາວໆ ຈະມີຄວາມແຕກຕ່າງກັນພຽງເລັກນ້ອຍ ແຕ່ຫາກເບິ່ງແວ່ນແລ້ວເຫັນວ່າຂະໜາດຂອງຕົ້ມນົມປ່ຽນໄປ ລວມທັງຮູບຊົງຂອງເຕົ້ານົມປ່ຽນໄປຈາກເກົ່າ ແນະນໍາໃຫ້ຮີບພົບແພດເພື່ອກວດຫາສາເຫດ.
4. ຜິວໜັງຮອບເຕົ້ານົມຜິດປົກກະຕິ: ເກີດຂື້ນທີ່ບໍລິເວນຜິວຮອບເຕົ້ານົມ ຖືເປັນໜື່ງໃນສັນຍານເຕືອນຂອງໂລກມະເຮັງເຕົ້ານົມເຊັ່ນກັນ ຫາກສາວໆພົບວ່າຜິວບໍລິເຕົ້ານົມມີລັກສະນະບຸ້ມລົງໄປ ຫຼືມີຄວາມນາບວມລາຍຂື້ນ ໃຫ້ສົງໃສໄວ້ກ່ອນວງ່າເປັນສັນຍານຂອງໂລກມະເຮັງເຕົ້ານົມ.
5. ມີອາການເຈັບທີ່ບໍລິເວນຕົ້ມນົມ: ອາດມີອາການບວມແດງທີ່ບໍລິເວນດັ່ງກ່າວ ຖືເປັນໜື່ງສັນຍານຂອງໂລກມະເຮັງເຊັ່ນກັນ ເພາະອາການດັ່ງກ່າວນີ້ເກີດຈາກການອັກເສບທີ່ບໍລິເວນເຕົ້ານົມ ດັ່ງນັ້ນຫາກມີອາການບວມແດງແລະມີອາການເຈັບຮ່ວມດ້ວຍ ຄວນຮີບພົບແພດເພື່ອກວດໃຫ້ລະອຽດ.