ຣັດເຊຍປະຕິເສດຂໍ້ກ່າວຫາວ່າຜິດນັດຊຳລະໜີ້ສິນຕ່າງປະເທດ

ຣັດເຊຍປະຕິເສດຂໍ້ກ່າວຫາວ່າຜິດນັດຊຳລະໜີ້ສິນຕ່າງປະເທດ


ຣັດເຊຍ ປະຕິເສດຄໍາກ່າວອ້າງທີວ່າພວກເຂົາຜິດນັດຊໍາລະໜີ້ຕ່າງປະເທດເປັນຄັ້ງທໍາອິດໃນຮອບກວ່າ 100ປີ ແນະນໍານັກລົງທືນໄປຮັບເງີນກັບບັນດາຕົວແທນທາງການເງີນຂອງຕາເວັນຕົກໂດຍກົງໃນເງີນທີ່ສົ່ງໄປແລ້ວແຕ່ພວກຜູ້ຖືກຫຸ້ນກູ້ບໍ່ໄດ້ຮັບ.


ກ່ອນໜ້ໍານີ້ທໍານຽບຂາວອອກມາລະບຸວ່າ ຣັດເຊຍຜິດນັດຊໍາລະໜີ້ຕາສານໜີ້ລະຫວ່າງປະເທດເປັນຄັ້ງ ທໍາອິດຕັ້ງແຕ່ເຫດການປະຕິວັດຣັດເຊຍ ເນື່ອງຈາກມາດຕະການຂວ້ຳບາດ ອັນຄວບຄຸມໄດ້ຕັດຂາດມອສໂກຈາກລະບົບການເງີນໂລກ.


ການຜິດນັດຊໍາລະນີ້ໃນຄັ້ງນີ້ບໍ່ແມ່ນວ່າຣັດເຊຍບໍ່ມີເງີນຈ່າຍ ແຕ່ເປັນຜົນມາຈາກຣັດເຊຍຖຶກຂວ້ຳບາດຈາກບັນດາຊາດຕາເວັນຕົກ ລວມເຖິງການປິດຊ່ອງທາງບໍ່ໃຫ້ທະນາຄານພານິດຂອງສະຫະລັດແລະຊາດຕາເວັນຕົກຮັບຊໍາລະໜີ້ພັນທະບັດຈາກຣັດເຊຍ.


ຣັດເຊຍຍັງຄົງສາມາດຮັບຊໍາລະໜີ້ຕາສານໜີ້ຢູໂໜໃນສະກຸນເງີນຕ່າງປະເທດຕາມເງື່ອນໄຂໂອນຈ່າຍດອກເບ້ຍຕາສານໜີ້ເປັນງວດ , ເປັນໂດລາແລະຢູໂຣ ກ່ອນໜ້ານີ້ມາດຕະການຍົກເວັ້ນຂອງສະຫະລັດ ທີ່ເປີດທາງໃຫ້ທຸລະກໍາລັກສະນະດັ່ງກ່າວຈະໝົດອາຍຸລົງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page