ຂ່າວດ່ວນ! ທາງດ່ວນຈະເກັບຄ່າຜ່ານທາງຕາມອັດຕາແລກປ່ຽນກີບແລກໂດລາ

ຂ່າວດ່ວນ! ທາງດ່ວນຈະເກັບຄ່າຜ່ານທາງຕາມອັດຕາແລກປ່ຽນກີບແລກໂດລາ

ວັນທີ 01 ເດືອນກໍລະກົດ 2022 ເວລາ 00:00 ໂມງເປັນຕົ້ນໄປບໍລິສັດທາງດ່ວນຈະໄດ້ປະຕິບັດການເກັບອັດຕາຄ່າບໍລິການຜ່ານທາງດ່ວນທີ່ເປັນເງີນກີບ ຕາມອັດຕາແລກປ່ຽນເງີນກີບ ກັບ ເງີນໂລາສະຫະລັດ



ບໍລິສັດຮ່ວມທືນພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ ໄດ້ດໍາເນີນການບໍລິການເກັບອັດຕາຄ່າຜ່ານທາງດ່ວນ ຕາມອັດຕາທີ່ໄດ້ກໍານົດໄວ້ໃນສັນຍາສໍາປະທານ ໂດຍບໍ່ມີການປ່ຽນແປງແຕ່ຢ່າງໃດ, ແຕ່ປະຈຸບັນການດໍາເນີນທຸລະກິດໄດ້ຮັບຜົນກະທົບຈາກການເໜັງຕີງຂອງອັດຕາແລກປ່ຽນຂອງເງີນກີບ ກັບ ເງີນໂດລາສະຫະລັດ.


ເພື່ອໃຫ້ບໍລິສັດຮ່ວມທືນພັດທະນາທາງດ່ວນ ລາວ-ຈີນ ສາມາດດໍາເນີນທຸລະກິດພາຍໃຕ້ສະພາບອັດຕາແລກປ່ຽນມີການເໜັງຕີງຫລາຍ ສະນັ້ນ, ນັບຕັ້ງແຕ່ວັນທີ 01 ເດືອນກໍລະກົດ 2022 ເວລາ 00:00 ໂມງເປັນຕົ້ນໄປບໍລິສັດທາງດ່ວນຈະໄດ້ປະຕິບັດການເກັບອັດຕາຄ່າບໍລິການຜ່ານທາງດ່ວນທີ່ເປັນເງີນກີບ

ຕາມອັດຕາແລກປ່ຽນເງີນກີບ ກັບ ເງີນໂລາສະຫະລັດ ທີ່ທະນາຄານແຫ່ງ ສປປ ລາວ ປະກາດໃນຄັ້ງວັນທີ 27 ມິຖຸນາ 2022 ພ້ອມດຽວກັນນີ້ ກໍ່ໄດ້ສົ່ງໜັງສືລາຍງານຫາກະຊວງແຜນການ ແລະ ການລົງທຶນແລ້ວ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ຜູ້ທີ່ເຂົ້າມາໃຊ້ບໍລິການທາງດ່ວນ ເພື່ອຮັບຊາບຕາມເນື້ອໃນຈິດໃຈນີ້ດ້ວຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page