ນີ້ແຫຼະໄມ້ເດັດ!ສະຫະລັດເຊື່ອໝັ້ນການແບນທອງຄຳຈາກລັດເຊຍຄືຕັດລາຍໄດ້ສູງ

ນີ້ແຫຼະໄມ້ເດັດ!ສະຫະລັດເຊື່ອໝັ້ນການແບນທອງຄຳຈາກລັດເຊຍຄືຕັດລາຍໄດ້ສູງ


ແອນໂທນີ ບິງເຄນ ລັດຖະມົນຕີຕ່າງປະເທດສະຫະລັດ ໄດ້ລະບຸວ່າມາດຕະການແບນການສົ່ງອອກທອງທໍາຈາກຣັດເຊຍ ຈະຊ່ວຍຕັດລາຍໄດ້ຂອງມອສໂກ ປະມານ 19.000ລ້ານໂດລາ ສະຫະລັດຕໍ່ປີ ເດີນໜ້າມາດຕະການຂວ້ຳບາດຫຼິ້ນງານຣັດເຊຍ ເຊິ່ງຈົນຮອດຕອນນີ້ຍັງຄົງລົ້ມເຫຼວ

ໃນຄວາມພະຍາຍາມໃນການທໍາລາຍເສດຖະກິດຂອງມອສໂກ ແນວໃດກໍຕາມບິງເຄນຄາດວ່າຄວາມພະຍາຍາມຕ່າງໆຈະເຫັນຜົນໃນປີໜ້າ ມະຫາອໍານາດໂລກເຫັນພ້ອມແບນການສົ່ງອອກທອງຄໍາຈາກຣັດເຊຍລະຫວ່າງການເປີດສາກການປະຊຸມຈີ7 ເຊິ່ງມີເປົ້າໝາຍໃຊ້ມາດຕະການໃໝ່ໆ ເພື່ອກໍາຈັດແຫຼ່ງທືນໃນການທໍາສົງຄາມຂອງມອສໂກ ແລະຍົກລະດັບສັກກາຍະພາບການປ້ອງກັນຕົນເອງຂອງຢູເຄຼນ


ບິງເຄນ ໃຫ້ສໍາພາດວ່າ “ ທອງຄໍາຄືສິນຄ້າສົ່ງອອກທີ່ມີກໍາໄບງົດງາມຫຼາຍທີ່ສຸດອັນດັບທີ 2 ຂອງຣັດເຊຍ ຮອງຈາກພະລັງງານ ຄິດເປັນ 19.000ລ້ານໂດລາຕໍ່ປີ ແລະສ່ວນໃຫຍ່ມາຈາກບັນດາປະເທດຈີ7 ການຕັດອອກບໍ່ໃຫ້ຣັດເຊຍເຂົ້າເຖິງລໍາຍໄດ້ ຈຶ່ງເປັນສິ່ງສໍາຄັນຫຼາຍ”.

Leave a Reply

Your email address will not be published. Required fields are marked *

You cannot copy content of this page