ບໍ່ໄດ້ຢ້ານ! ປູຕິນກຽມຢ້ຽມຕ່າງປະເທດເທື່ອທຳອິດຫຼັງເຮັດສົງຄາມຢູເຄຼນ
ປະທານາທິບໍດີ ວະລາດິມີ ປູຕິນ ແຫ່ງຣັດເຊຍຈະເດີນທາງໄປຢ້ຽມຢາມ 2ອະດີດລັດໃນສະຫະພາບໂຊວຽດແຖບອາຊີກາງ ເຊິ່ງຖຶເປັນການຢ້ຽມຢາມຕ່າງປະເທດຄັ້ງທາອິດ ຂອງຜູ້ນໍາໝີຂາວນັບຕັ້ງແຕ່ເລີ່ມສົ່ງທະຫານຮຸກຮານຢູເຄຼນ.
ປະຕິບັດການທາງທະຫານຂອງຣັດເຊຍໄດ້ຂ້າຊີວິດຄົນໄປແລ້ວຫຼາຍພັນຄົນເຮັດໃຫ້ປະຊາກອນຢູເຄຼນນັບຫຼາຍລ້ານຄົນຕ້ອງອົບພະຍົບໜີຕາຍ ຂະນະດຽວກັນກໍກະຕຸ້ນໃຫ້ຊາດຕາເວັນຕົກພ້ອມໃຈກັນຂວ້ຳບາດມອສໂກຄັ້ງໃຫຍ່ ເຊິ່ງປູຕິນອ້າງວ່າເປັນເຫດຜົນທີ່ຣັດເຊຍຕ້ອງຫັນໄປສໍາພັນທາງການຄ້າກັບລາຍອື່ນເຊັ່ນ: ຈີນ,ອິນເດຍ,ແລະອີຣ່ານ ໃຫ້ແນ້ນແຟ້ນຍິ່ງຂື້ນ.
ເມື່ອໄປເຖິງກຣຸງດູຊານເບ ປູຕິນ ຈະເຂົ້າພົບປະທານາທິບໍດີ ເອມໍມາລີ ຣາມອນ ເຊິ່ງນອກຈາກຈະເປັນພັນທະມິດທີ່ໃກ້ຊິດຂອງຣັດເຊຍແລ້ວ ຍັງເປັນໜື່ງໃນຜູ້ປົກຄອງອະດີດລັດໂຊວຽດທີ່ຄອງອໍານາດດົນນານທີ່ສຸດ ສ່ວນທີ່ກຣຸງອາກາຍບັດ ຂອງເຕິກເມນິສະຖານ ປູຕິນ ຈະເຂົ້າຮ່ວມການປະຊຸມພົບປະກັບກຸ່ມຜູ້ນໍາຊາດແຄມທະເລສາບແຄສປຽນ ເຊິ່ງໄດ້ແກ່ອາເຊີໄບຈານ ຄາຊັດສະຖານ ອິຣ່ານແລະເຕິກເມນິສະຖານ.