ຣັດເຊຍຂູ່ນາໂຕ ຫາກບຸກໄຄເມຍ ອາດນໍາໄປສູ່ສົງຄາມຄັ້ງທີ 3
ດາມິທີ ເມດເວເດບ ອະດີດປະທານາທິບໍດີ ຣັດເຊຍ ເຕືອນກ່າວຕໍ່ນາໂຕ ຫາກບຸກຄາບສະໝຸດໄຄເມຍ ອາດນໍາໄປສູ່ການເກີດສົງຄາໂລກຄັ້ງທີ 3 ພ້ອມຂູ່ສະວີເດັນ,ຟິນແລນ ຖ້າເຂົ້າເປັນສະມາຊິກນາໂຕເມື່ອໃດ ຣັດເຊຍຈໍາເປັນຕ້ອງເສີມກໍາລັງຊາຍແດນ
ອະດີດປະທານາທິບໍດີດາມິທີ ເມດເວເດ ແຫ່ງຣັດເຊຍ ເຕືອນກ້າວຫາກອົງການສົນທິສັນຍາແອດແລນຕິກເໜືອ(ນາໂຕ) ສົ່ງກໍາລັງທະຫານາໂຕບຸກຮຸກຄາບມະຫາສະມຸດໄຄເມຍ ນັ້ນໝາຍເຖິງອາດນໍາໄປສູ່ສົງຄາມໂລກຄັ້ງທີຄ 3 ແລະຖືເປັນການປະກາດສົງຄາມກັບຣັດເຊຍ.
ນອກຈາກນັ້ນ ທ່ານເມດເວເດ ຍັງຊີ້ວ່າຖ້າຫາກການບຸກ ໄຄເມຍກະທໍາໂດຍຊາດສະມາຊິກນາໂຕນັ້ນໝາຍເຖິງຈະເປັນຄວາມຂັດແຍ້ງລະຫວ່າງຣັດເຊຍກັບຊາດພັນທະມິດນາໂຕໃນແອດແລນຕິກເໜືອທັງໝົດ ແລະຈະນໍາໄປສູ່ການເກີດສົງຄາມໂລກຄັ້ງທີ 3 ຫາຍະນະຂອງໂລກຢ່າງສົມບູນ
ທ່ານເມດເວເດ ເຊິ່ງປະຈຸບັນດໍາລົງຕໍາແໜ່ງຮອງປະທານສະພາຄວາມໝັ່ນຄົງແຫ່ງຊາດຂອງັ້ຣດເຊຍ ຍັງຂູ່ວ່າ ຫາກຟິນແລນແລະສະວີເດັນເຂົ້າຮ່ວມເປັນສະມາຊິກນາໂຕແລ້ວ ຣັດເຊຍຈະມີການເສີມກໍາລັງສ້າງຄວາມແຂ່ງແຮງບໍລິເວນແນວຊາຍແດນຂອງທັງສອງປະເທດ ແລະພ້ອມທີ່ຈພດໍາເນີນຂັ້ຍນຕອນຕອບໂຕ້ .