ໃຜມັກກິນຄວນຮູ້! ໂລກຮ້າຍທີ່ມາພ້ອມກັບການ “ ກິນຊີີ້ນດິບ”

ໃຜມັກກິນຄວນຮູ້! ໂລກຮ້າຍທີ່ມາພ້ອມກັບການ “ ກິນຊີີ້ນດິບ”

ການກິນລາບດິບນິຍົມກັນມາແຕ່ດັ້ງເດີມ ເຊິ່ງການກິນລາບດິບຈາກຊີ້ນສັດສາມາດນໍາໂລກຈາກສັດມາສູ່ຄົນໄດ້ງ່າຍແລະການຕິດໂລກຈາກອາຫານກໍເປັນໜື່ງໃນສາເຫດສໍາຄັນທີ່ເຮັດໃຫ້ອາຍຸໄຂຂອງຄົນບູຮານຕໍ່າກວ່າໄວໃນປະຈຸບັນ ມື້ນິແອດຈະມາບອກໂລກຮ້າຍຕ່າງໆໃຫ້ທຸກຄົນໄດ້ຮູ້ມີດັ່ງລຸ່ມນີ້:


1.ພະຍາດແອນແທກ : ຫາກກິນຊີ້ນທີ່ມີເຊື້ອເຂົ້າໄປ ຈະເກີດການແຊກຊ້ອນໃນທາງເດີນອາຫານເກີດການອາຈຽນເປັນເລືອດ,ຂັບຖ່າຍຢ່າງຮຸນແຮງ ເຊິ່ງຄົນທີ່ເປັນຫຼາຍກໍຕິດເຊື້ອໃນກະແສເລືອດເຖິງແກ່ຄວາມຕາຍໄດ້.


2.ໄຂ້ສະໜອງອັບລເສບຫູດັບ: ເຊິ່ງເມື່ອກິນເຂົ້າໄປແລ້ວເຊື້ອເຂົ້າສູ່ຮ່າງກາຍຈະຂື້ນໄປທີ່ເຍື້ອຫຸ້ມສະໝອງແລະຕິດເຊື້ອ ເຮັດໃຫ້ເກີດໄຂ້ສູງ ຖ້າຮັກສາບໍ່້ທັນກໍເຖິງແກ່ຄວາມຕາຍໄດ້ ຫຼືຮັກສາທັນກໍມັກຈະມີິອາການຫູໜວກຖາວອນຕາມມາຈາກການອັກເສບຂອງເສັ້ນປະສາດການໄດ້ຍິນ.


3.ພະຍາດຄິໂນຊີສ: ພະຍາດຊະນິດນີເມື່ອເຮົາກິນເຂົ້າໄປມັນຈະຟັກຕົວອອກມາແລ້ວໄຊໄປທີ່ກ້າມເນື້ອຕ່າງໆຂອງຮ່າງກາຍຈົນປວດຮຸນແຮງທົ່ວຕົວແລະໃນກໍລະນີທີ່ມັນໄປກ້າມເນື້ຶ້ອກະບັງລົມ ກໍອາດເຮັດໃຫ້ເກີດອາການຫາຍໃຈບໍໄດ້ແລະເຖິງຂັ້ນອາດເສຍຊີວິດ.


4.ໂລກຕິດເຊື້ອ ທາງເດີນອາຫານ ຖອກທ້ອງ,ອາຈຽນ,ບາງຄົນຖ່າຍເປັນເລືອດ ເຊິ່ງຖ້າໂຊກບໍ່ດີອາການເປັນຫຼາຍເຊື້ອເຂົ້າກະແສເລືອດໄດ້ກໍເສຍຊີວິດ
5.ໂລກພິດໝາບ້າ: ເຊິ່ງຫາກນໍາຊີ້ນງົວ,ຄວາຍມາຮັບປະທານໂດຍບໍ່ຮູ້ສາເຫດ ແລ້ວໄປພົບງົວ,ຄວາຍທີ່ຕາຍຈາກໂລກນີ້ ອາດສ່ຽງຕໍ່ການຕິດເຊື້ອນີ້ໄດ້ເຊິ່ງຖ້າເປັນລືມີອາການມ່ນເຖິງຄັນຊີວິດ.


6.ບຼູເຊໂລຊິສ: ໂລກຫຼຸລູກ ເປັນໂລກທີ່ສໍາຄັນໃນສັດເພາະເຮັດໃຫ້ຫຼຸລູກແບບບໍ່ຮູ້ສາເຫດ ເຊິ່ງໃນຄົນຈະບໍ່ພົບເຫັນຫຼາຍແຈ່ເວລາເປັນຈະລໍາບາກເພາະອາການຈະເປັນໄຂ້ທີ່ຫາສາເຫດບໍ່ພົບ ມີໄຂ້,ປວດຕາມຕົວ,ປວດຂໍ້,ນໍາໜັກຫຼຸດ ເປັນຝີໃນຕັບ ຖ້າຫາກກວດພົບກໍຢາກທີ່ຈະຮັກສາ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page