ເດືອດແທ້ໆ!ຕຸລະກີຈະບໍ່ຂວາງຟິນແລນ-ສະວີເດັນເຂົ້າເປັນສະມາຊິກນາໂຕ້

ເດືອດແທ້ໆ! ຕຸລະກີຈະບໍ່ຂວາງຟິນແລນ-ສະວີເດັນເຂົ້າເປັນສະມາຊິກນາໂຕ້


ຕຸລະກີໃນຖານະສະມາຊິກປະຈຸບັນ ຖອນການຄັດຄ້ານໃນກໍລະນີຟິນແລນແລະສະວີເດັນ ສະມັກເຂົ້າເປັນສະມາຊິກນາໂຕ້ ຫຼັງຈາກທີ່ 3ຊາດຕົກລົງຈະປົກປ້ອງຄວາມໝັ່ນຄົງຂອງກັນແລະກັນ ຢຸດເລື່ອງລາວທີ່ຢືດເຢື້ອມາດົນຫຼາຍອາທິດ

ເຊີ່ງທົດສອບຄວາມເປັນປຶກແຜ່ນຂອງພັນທະມິດທະຫານແຫ່ງນີ້ໃນຈຸດຢືນການຕໍ່ຕ້ານການຮຸກຮານຢູເຄຼນຂອງຣັດເຊຍ
ການຜ່າທາງຕັນຄັ້ງນີ້ມີຂື້ນຕາມຫຼັງການເຈລະຈາຍາວດົນກວ່າ 4ຊົ່ວໂມງ ກ່ອນການປະຊຸມສຸດຍອດນາໂຕ້ຈະເລີ່ມຂືນໃນກຣຸງມາດຣິດ

ເຊິ່ງບັນດາຜູ້ນໍາ 30ຊາກ ລວມຕົວກັນເພື່ອສະແດງຄວາມເປັນໜື່ງດຽວກັນຕໍ່ຕ້ານຣັດເຊຍ ທີ່ເວລານີພັນທະມິດທະຫານທີ່ນໍາໂດຍສະຫະລັດ ເບິ່ງວ່າເປັນໄພຄຸກຄາມຄວາມໝັ່ນຄົງໂດຍກົງຫຼາຍກວ່າສັດຕູໜ້າອື່ນ.


ຄວາມເຄື່ອນໄຫວດັ່ງກ່າວນັ້ນໝາຍຄວາມວ່າ ຟິນແລນແລະສະວີເດັນ ສາມາດເດີນໜ້າໃນຂະບວນການສະໝັກເຂົ້າຮ່ວມເປັນສະມາຊິກນາໂຕ້ ສໍ່ເກີດການປ່ຽນແປງຄັ້ງໃຫຍ່ໃນດ້ານຄວາມໝັ່ນຄົງຂອງຢູໂຣບໃນຮອບຫຼາຍສະຕະວັດ ເນື່ອງຈາກ 2ປະເທດແຖບນໍດິກນັ້ນ ມີປະວັດແຫ່ງຄວາມເປັນກາງມາແຕ່ດົນນານ ແຕ່ເວລານີ້ພວກເຂົາກໍາລັງສະແຫວງຫາການຄຸ້ມກັນຈາກພັນລະມິດທະຫານຕາເວັນຕົກ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page