ຄັກແລ້ວ! ອີຣານ-ອາເຈນຕີນ່າສະໝັກເຂົ້າເປັນສະມາຊິກຸ່ມBRICS

ຄັກແລ້ວ! ອີຣານ-ອາເຈນຕີນ່າສະໝັກເຂົ້າເປັນສະມາຊິກຸ່ມBRICS

ອີຣານ ຊາດຜູ້ມີປະລິມານກ໊າຊທຳມະຊາດສໍາຮອງຫຼາຍສຸດອັນດັນ 2ຂອງໂລກ ສະມັກເຂົ້າຮ່ວມເປັນສະມາຊິກ BRICS ທີ່ປະກອບດ້ວຍ: ບາຊິວ,ຣັ້ດເຊຍ,ອິນເດຍ, ຈີນແລະອາຟິກາໃຕ້

ກຸ່ມທີ່ທາງປັກກິ່ງແລະມອສໂກອ້າງວ່າເປັນຕະຫຼາດເສດຖະກິດໃໝ່ຊົງພະລັງ ທີ່ເປັນອີກທາງເລືອກນອກເໜືອຈາກຕາເວັນຕົກ ໃນຂະນະທີ່ອາເຈນຕິນາ ກໍສະແດງຈຸດຢືນປາຖະນາເຂົາຮ່ວມເປັນສະມາຊິກກຸ່ມເຊັ່ນກັນ



ບາຊິວ,ຣັດເຊຍ,ອິນເດຍ ແລະ ຈີນ ເປັນຜູ້ເລີ່ມກໍ່ຕັ້ງກຸ່ມຂື້ນໃນປີ 2009 ແລະ ມີການປະຊຸມສຸດຍອດຄັ້ງທໍາອິດໃນປີດຽວກັນ ກ່ອນອາຟິກາໃຕ້ຈະເຂົ້າຮ່ວມໃນປີ 2010
ຣັດເຊຍອ້າງວ່າການສະໝັກເຂົ້າຮ່ວມຂອງທັງ 2ຊາດ ວ່າເປັນຫຼັກຖານທີ່ສະແດງໃຫ້ເຫັນວ່າຕາເວັນຕົກ ທີ່ນໍາໂດຍສະຫະລັດ ກໍາລັງລົ້ມເຫຼວໃນຄວາມພະຍາຍາມໂດດດ່ຽວຣັດເຊຍ ຕໍ່ສິ່ງທີ່ມອສໂກຮຽກວ່າເປັນປະຕິບັດການພິເສດດ້ານດານທະຫານໃນຢູເຄຼນ


“ ໃນຂະນະທີ່ສະຫະລັດຟາງແຕ່ຄິດທີ່ຈະປິດກັ້ນອັນໃດຕື່ມໃນໂລກນີ ລວມໄປເຖິງການສັ່ງຫ້າມຫຼືທໍາລາຍສິ່ງຕ່າງທ ອາເຈນຕິນາແລະອີຣານໄດ້ສະໝັກເຂົ້າຮ່ວມກຸ່ມ BRICS ເມເລ,ຊາຄາໂຣວາ ໂຄສົກກະຊວງບການຕ່າງປະເທດໄດ້ກ່າວ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page