5 ອັນດັບເຈົ້າພໍ່ບໍ່ນ້ຳມັນປະເທດທີ່ມີນໍ້າມັນຫຼາຍທີ່ສຸດໃນໂລກ
ໜື່ງໃນຊັບພະຍາກອນທີ່ມີຄ່າອັນດັບຕົ້ນໆ ຂອງໂລກກໍຄື ນ້ຳມັນ ເປັນເຊືອໄຟແລະວັດຖຸດິບສໍາຄັນທີ່ຄອຍຄັບເຄື່ອນອຸດສາຫະກໍາຕ່າງໆ ບໍ່ວ່າຈະເປັນການຄົມມະນາຄົມຂົນສົ່ງ, ການຜະລິດສິນຄ້າອຸປະໂພກບໍລິໂພກ ເຊິ່ງສ້າງເງີນມະຫາສານໃຫ້ແຕ່ລະປະເທດ ແລະໃຫ້ເສດຖະກິດໂລກເຕີບໂຕ ເວົ້າກັນວ່າໃຜທີ່ມີນ້ຳມັນຫຼາຍທີ່ສຸດ ມີການໄດ້ປຽບທາງດ້ານເສດຖະກິດແລະເປັນມະຫາເສດຖີຂອງໂລກ.

1.ສະຫະລັດອາເມຣິກາ: ມີປະລິມານນໍ້າມັນສໍາຮອງ 16.5ລ້ານຖັງ/ມື້ ເປັນແຫຼ່ງຜະລິດນ້ຳມັນຂະໜາດໃຫຍ່ພາຍໃນປະເທດຫຼາກຫຼາຍ.

2.ຊາອຸດີອາລະເບຍ: ມີປະລິມານນໍ້າມັນາຮອງ 11ລ້ານຖັງ/ມື້ ເປັນປະເທດພະລິດນໍ້າມັນລາຍໃຫຍ່ອັນດັບ 2ຂອງໂລກ ສ້າງລາຍໄດ້ຈາກການສົ່ງອອກຫຼາຍທີ່ສຸດ
3.ຣັດເຊຍ: ມີປະລິມານນໍ້າມັນສໍາຮອງ 10.7ລ້ານຖັງ/ມື້ ເຊິ່ງແຫຼ່ງນໍ້າມັນຂອງຣັດເຊຍສ່ວນໃຫຍ່ຈະຢູ່ທີ່ໄຊບີເຣຍຕາເວັນຕົກ ພາກກາງ ແລະ ທາງຕາເວັນຕົກຂອງປະເທດ ແລະ ການທີ່ມີຕົ້ນທືນຜະລິດຕໍ່າທີ່ສຸດໃນໂລກເຮັດໃຫ້ຣັ້ດເຊຍໄດ້ປຽບປະເທດຜູ້ຜະລິດນໍ້າມັນອື່ນໆ ກາຍເປັນຜູ້ສົ່ງອອກລາຍໃຫຍ່ຂອງທະວີບຢູໂຣບແລະອາຊີ.
4.ແຄນາດາ: ມີປະລິມານນ້ຳມັນສໍາຮອງ 5.1ລ້ານຖັງ/ມື້ ເຊິ່ງນໍ້າມັນເປັນສິນຄ້າສົ່ງອອກທີ່ສຳຄັນຂອງແຄນາດາ ມີສະຫະລັດອາເມຣິກາແລະຢູໂຣບເປັນຄູ່ຄ້າທີ່ສໍາຄັນ.
5.ອິຣັກ: ມີປະລິມານນ້ຳມັນສໍາຮອງ 4.1ລ້ານຖັງ/ມື້ ເສດຖະກິດຂອງອິຣັກເພີ່ງພາການສົ່ງອອກນໍ້າມັນເປັນຫຼັກ ຄິດເປັນ 90% ຂອງລາຍໄດ້ຂອງປະເທດ ຈື່ງຕ້ອງເພີ່ມພາການຜະລິດແລະສົ່ງອອກເປັນຫຼັກ.
