ຣັດເຊຍເຢີ້້ຍ!ເຊເລນສະກີຫວັງຈົບສົງຄາມ ທາງດຽວຄືວາງອາວຸດຍອມຈຳນົນ
ດາມິທີ ເປຄອບ ໂຄສົກລັດຖະບານລັດເຊຍຖະແຫຼງວ່າ ຖ້າຄຽບສັ່ງໃຫ້ທະຫານວາງອາວຸດແລະເຮັດຕາມຂໍ້ຮຽກຮ້ອງຂອງມອສໂກ ຄວາມຂັດແຍ້ງລະຫວ່າງຢູເຄຼນກັບຣັດເຊຍອາດຈົບລົງໃນທັນທີ
ຕອບໂຕ້ຄວາມເຄື່ອນໄຫວຂອງປະທານາທິບໍດີໂວໂລດິມີ ເຊເລນສະກີ ແຫ່ງຢູເຄຼນ ທີ່ຮວບຮວມຜູິ້ນໍາ ຈີ7 ໃຫ້ຊ່ວຍຢຸດຕິສົງຄາມໃຫ້ໄດ້ກ່ອນລະດູນາວ ເຊິ່ງເງື່ອນໄຂຕ່າງທຈະເຮັດໃຫ້ກອງທະຫານຂອງຄຽບປະສົບຄວາມລໍາບາກເພີ່ມຫຼາຍຂື້ນ.
ເປຄອບບອກວ່າ “ ທັງໝົດທັງມວນເປັນພຽງສິ່ງທີ່ເຊເລນສະກີຄິດ” ພ້ອມຢືນຢັນວ່າປະຕິບັດການພິເສດດ້ານການທະຫານຂອງຣັດເຊຍໃນຢູເຄຼນເປັນໄປຕາມແຜນແລະກໍາລັງບັນລຸເປົ້າໝາຍຕ່າງໆທີ່ວາງໄວ້
ເຊເລນສະກີກ່າວກັບພວກຜູ້ນໍາກຸ່ມ ຈີ7 ວ່າໃຫ້ຊ່ວຍຢຸຕິສົງຄາມລະຫວ່າງມອສໂກກັບຄຽບໃຫ້ໄດ້ກ່ອນລະດູໜາວ ກ່ອນທີ່ສະພາບອາກາດລະດູໜາວຈະເຮັດໃຫ້ກອງທະຫານຂອງເຂົາປະສົບູຄວາມລໍາບາກເພີ່ມຫຼາຍຂື້ນໃນການສູ້ຮົບກັບກອງກໍາລັງຣັດເຊຍ ເຂົາຮຽກຮ້ອງຈີ7 ມອບອາວຸດເພີ່ມເຕີມແກ່ຢູເຄຼນແລະຍົກລະດັບຂວ້ຳບາດມອສໂກໜັກໜ່ວງຍິ່ງຂື້ນ.