ສະກັອດແລນສະເໜີເຮັດປະຊາມັດຕິ ເພື່ອແຍກຕົວອອກຈາກ UK
ນິໂຄລາ ສະເຕຈຽນ ນາຍົກລັດຖະມົນຕີສະກັອດແລນ ປະກາດແຜນຈັດການລົງປະຊາມະຕິຮອບ2 ເພື່ອແຍກຕົວຈາກລາດຊະອານາຈັກ ພ້ອມຢືນຢັນຈະໃຊ້ມາດຕະການທາງກົດໝາຍ ທີ່ຈໍາເປັນເພື່ອໃຫ້ການໂຫວດດໍາເນີນໄປໄດ້ຫາກຖຶກລັດຖະບານອັງກິດຂັດຂວາງ
ຜູ້ນໍາຍິງຂອງສະກັອດແລນລະບຸວ່າ ຕົນຈະມີນັງສືໄປເຖິງນາຍົກລັດຖະມົນຕີ ບໍຣິ ຈອນສັນ ແຫ່ງອັງກິດ ເພື່ອຂໍອະນຸຍາດຈັດປະຊາມະຕິດດັ່ງກ່າວ ແລະ ໄດ້ກຽມແຜນຮອງຮັບເອົາໄວ້ແລ້ວເພື່ອຂໍອາດນາດທາງກົດໝາຍ ຫາກວ່າຜູ້ນໍາອັງກິດບໍ່ໃຫ້ຄວາມເຫັນພ້ອມ.
ຊາວສະກັອດແລນຜູ້ມີສິດເລືອກຕັັງເຄີຍລົງມະຕິ “ປະຕິເສດ” ແຍກຕົວອອກຈາກລາດຊະອາຍນາຈັກມາແລ້ວ ວ່າລັດຖະບານເຊິ່ງມີອໍານາດປົກຄອງຕົນເອງບາງສ່ວນອ້າງວ່າ ການທີ່ອັງກິດຖອນຕົວອອກຈາກສະຫະພາບຢູໂຣບ ເປັນສິ່ງທີ່ຄົນສະກັອດແລນສ່ວນໃຫຍ່ບໍ່ເຫັນພ້ອມ ດັ່ງນັ້ນຈື່ງສົມຄວນຈະຕ້ອງມີການເຮັດປະຊາມະຕິຄັ້ງທີ 2 ເພື່ອໃຫ້ຊາວສະກັອດແລນໄດ້ຕັດສິນອານາຄົດຂອງຕົນເອງອີກຄັ້ງ.