5 ວິທີສໍາລັບສາວໆ ຊ່ວຍກະຕຸ້ນໃຫ້ປະຈໍາເດືອນມາໄວກວ່າປົກກະຕິ

5 ວິທີສໍາລັບສາວໆ ຊ່ວຍກະຕຸ້ນໃຫ້ປະຈໍາເດືອນມາໄວກວ່າປົກກະຕິ


ຄັ້ງໜື່ງໃນຊີວິດຂອງຜູ້ຍິງ ຕ້ອງມີຄວາມຄິດຢາກໃຫ້ປະຈໍາເດືອນມາໄວ ໂດຍສະເພາະເດືອນໃດທີ່ມີນັດສໍາຄັນກົງກັບຊ່ວງຮອບເດືອນ ຍິ່ງຢາກໃຫ້ປະຈໍາເດືອນມາໄວໆ ມື້ນີ້ແອດຈະມາແນະນໍາວິທີຈະຊ່ວຍໃຫ້ປະຈໍາເດືອນມາໄວແລະບໍ່ເປັນອັນຕະລາຍຕໍ່ສຸຂະພາບມີດັ່ງລຸ່ມນີ້:


1.ດື່ມຊາສະໜູນໄພ: ສະໝູນໄພຫຼາກຫຼາຍຊະນິດມີປະສິດທິພາບໃນການຂັບປະຈໍາເດືອນໃຫ້ມາໄວກວ່າປົກກະຕິ ແລະຍັງມີຊັບພະຄຸນຊ່ວຍເລັ່ງການໄຫຼວຽນຂອງເລືອດໄດ້ດີອີກດ້ວຍ


2.ກິນອາຫານເພື່ອສຸຂະພາບ: ໃນຊ່ວງກ່ອນເຖິງຮອບເດືອນ ມີສ່ວນຊ່ວຍໃຫ້ປະຈໍາເດືອນມາໄວກວ່າປົກກະຕິໄດ້ ໂດຍເລີ່ມຈາກການຫຼຸດການກິນອາຫານທີ່ມີລົດຈັດ ແລະ ອາຫານເຄັມ ເນື່ອງຈາກໂຊດຽມມີສ່ວນຊ່ວຍເຮັດໃຫ້ການເຮັດວຽກຂອງໄຕເກີດຄວາມຜິດປົກກະຕິ ແລະຍັງເຮັດໃຫ້ເກີດອາການບວມນໍ້າແນະນໍາໃຫ້ກິນຜັກຫຼາຍໆ


3.ກິນໝາກໄມ້ທີ່ໃຫ້ຄວາມຮ້ອນແກ່ຮ່າງກາຍ: ຄືໝາກຫຸ່ງ,ໝາກອື, ໝາກນັດ,ແຄຼຣັອດ ເປັນຕົ້ນ ແນະນໍາໃຫ້ເພີ່ມປະລິມານການກິນໝາກໄມ້ໃຫ້ຫຼາຍກວ່າເກົ່າ ເພື່ອເພີ່ມອຸນຫະພູມໃຫ້ຮ່າງກາຍແລະກະຕຸ້ນການຜະລິດຮໍໂມນ


4.ດື່່ມນໍ້າຕານໂຕນົດ: ມີຊັບພະຄຸນໃນການຊ່ວຍຂັບເລືອດ ຈື່ງເໝາະສໍາລັບຜູ້ຍິງທຸກຄົນທີ່ໃນບາງເດືອນຕ້ອງການໃຫ້ປະຈໍາເດືອນມາໄວກວ່າປົກກະຕິ ເຊິ່ງການຈິບນໍ້າອຸ່ນໃນຕອນເຊົ້າທຸກມືຈະຊ່ວຍໃຫ້ປະຈໍາເດືອນມາໄວ.


5. ກິນວິຕາມິນຊີພ້ອມອອກກໍາລັງກາຍ: ຊ່ວຍຢັບຢັ້ງການຫຼັ່ງຮໍໂມນໂປເຈເຕີໂຣນ ເຊິ່ງຈະເຮັດໃຫ້ຝາໝົດລູກບາງລົງແລະຊ່ວຍເລັ່ງປະຈໍາເດືອນໃຫ້ມາໄວກວ່າປົກກະຕິ ນອກນີຄວນໝັ່ນອອກກໍາລັງກາຍໃຫ້ຫຼາຍໆຄວບຄູ່ໄປດ້ວຍຈະຊ່ວຍໃຫ້ໄດ້ຜົນດີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page