ຄວນຮູ້! 5 ສັນຍານອັນຕະລາຍ “ ລໍາໄສ້” ອາດກໍາລັງມີບັນຫາ

ຄວນຮູ້! 5 ສັນຍານອັນຕະລາຍ “ ລໍາໄສ້” ອາດກໍາລັງມີບັນຫາ

ສຸຂະພາບຂອງລໍາໄສ້ກ່ຽວຂ້ອງກັບລະບົບອື່ນໆ ໃນຮ່າງກາຍຂອງເຮົາຫຼາກຫຼາຍກວ່າທີ່ເຮົາຄິດ ທັງຮໍໂມນ,ກ້າມຊີ້ນ, ອາລົມ, ການນອນ ຖ້າລະບົບລໍາໄສ້ເລີ່ມເຮັດວຽກຜິດປົກກະຕິ ກໍຈະສົ່ງຜົນກະທົບຕໍ່ລະບົບການເຮັດວຽກອື່ນໆ ຂອງຮ່າງກາຍດ້ວຍ ຈົນບາງເທື່ອເຮົາອາດຈະເບີ່ງຂ້າມໄປວ່າສາເຫດມາຈາກລໍາໄສ້ ມື້ນີ້ແອດຈະມາບອກ 5ສັນຍານເຕືອນມີດັ່ງລຸ່ມນີ້:


1.ເຈັບທ້ອງ,ທ້ອງອືດ: ຫາກມີອາການແບບນີ້ຢູ່ເລື້ອຍໆ ອາດຄິດວ່າເປັນໂລກກະເພາະອາຫານອັກເສບ ແຕ່ທີ່ຈິງແລ້ວອາດຈະບໍ່ໄດ້ເປັນໂລກກະເພາະອາຫານອັກເສບສະເໝີໄປ ເຊິ່ງອາດເກີດຂື້ນຈາກຫຼາຍສາເຫດແຕ່ມາສະແດງອາການທີ່ລໍາໄສ້ຂອງເຮົາ


2.ນໍ້າໜັກຂື້ນ-ຫຼຸດລົງຫຼາຍຜິດປົກກະຕິ: ເຊິ່ງບໍ່ໄດ້ກີນຫຼາຍຫຼືໜ້ອຍກວ່າເກົ່າ ອາດຈະມີສາເຫດມາຈາກພຶດຕິກໍາການກິນທີ່ບໍ່ເໝາະສົມໃນກໍລະນີທີ່ນໍ້າໜັກຂື້ນຜິດປົກກະຕິ ອາດບໍລິໂພກອາຫານທີ່ມີນໍ້າຕານສູງຫຼາຍເກີນໄປ ການດູດຊືມຂອງລໍາໄສ້ບໍ່ດີ


3.ມີບັນຫາການນອນ: ລະບົບລໍາໄສ້ອາດເຮັດໃຫ້ລະບົບການເຮັດວຽກຂອງຮໍໂມນບາງຊະນິດໃນຮ່າງກາຍຜິດປົກກະຕິໄດ້ເຊັ່ນ: ຮໍໂມນຊີໂຣໂທນິນ ທີ່ຄວບຄຸມເວລາໃນການນອນຫຼັບຂອງຮ່າງກາຍ ຫາກຮໍໂມນຊະນິດນີ້ມີຄວາມຜິດປົກກະຕິຫຼາຍໄປຫຼືໜ້ອຍໄປເຮັດໃຫ້ການນອນຫຼັບເຮົາຍາກຫຼາຍຂື້ນ.


4.ເກີດພາວະທົນທານອາຫານບໍໄດ້: ໝາຍເຖິງພາວະທີ່ເຮົາບໍ່ສາມາດຮັບອາຫານເຂົ້າຮ່າງກາຍໄດ້ ຮ່າງກາຍບໍ່ສາມາດຍ່ອຍອາຫານຊະນິດນັ້ນໄດ້ ບໍ່ສາມາດດູດຊືມສານອາຫານນັ້ນ ເຂົ້າໄປໃຊ້ໃນຮ່າງກາຍໄດ້ ມີແກ໊ສຈາກການຍ່ອຍອາຫານຫຼາຍ


5.ຜິວໜັງອັກເສບ: ເມື່ອລໍາໄສ້ຢູ່ໃນພາວະອັກເສບ ລໍາໄສ້ຈະເກີດຮູນ້ອຍ ທີ່ເຮົາເບິ່ງບໍ່ເຫັນເຮັດໃຫ້ສານອາຫານຫຼືໂປຼຕິນທີ່ເຮົາກິນເຂົ້າໄປຮົ່ວອອກມາ ໂປຼຕິນທີ່ຮົ່ວອອກມາຈະໄປເຮັດປະຕິກິລິຍາກັບຜິວໜັງ ຈົນເຮັດໃຫ້ເກີດອາການແພ້ໄດ້ ອາດເຮັດໃຫ້ເກີດຜົດຜື່ນແດງ

Leave a Reply

Your email address will not be published. Required fields are marked *

You cannot copy content of this page