ນາໂຕ້ເຊີນ ຟິນແລນ-ສະວີເດັນ ເຂົ້າຮ່ວມເປັນສະມາຊິກຢ່າງເປັນທາງການ
ນາໂຕ້ເຊີນ ຟິນແລນ-ສະວີເດັນເປັນສະມາຊິກຢ່າງເປັນທາງການແລ້ວ ເຮັດໃຫ້ຕອນນີ້ເຂົ້າສູ່ຂະບວນການໃຫ້ລັດຖະສະພາຂອງຊາດສະມາຊິກຮັບຮອງ ເຊິ່ງອາດໃຊ້ເວລາຫຼາຍເດືອນ
ສໍານັກຂ່າວລາຍງານວ່າ ຜູ້ນໍາອົງກອນສົນທິສັນຍາປ້ອງກັນແອດແລນຕິກເໜືອຫຼືນາໂຕ້ ດໍາເນີນການເຊີຍ ຟິນແລນກັບສະວີເດັນ ເຂົ້າຮ່ວມເປັນສະມາຊິກຂອງພວກເຂົາຢ່າງເປັນທາງການແລ້ວ ຫຼັງຈາກຕຸລະກີຖອນຄໍາຄັດຄ້ານການຂໍເປັນສະມາຊິກຂອງທັງ2ປະເທດ
ຕຸລະກີຍອມເປີດໄຟຂຽວໃຫ້ຟິນແລນກັບສະວີເດັນຫຼັງຈາກພວກຮ່ວມບັນລຸຂໍ້ຕົກລົງແລະລົງນາມໃນບັນທຶດຄວາມເຂົ້້າໃຈ ຮ່ວມກັນໃນການປະຊຸມໃນກຣຸງມາດຣິດ ປະເທດສະເປນເພື່ອແກ້ບັນຫາຄວາມຄັດແຍ້ງລະຫວ່າງທຸກຝ່າຍ.
ທ່ານ ເຍນ ສະໂຕເທັນເບິກ ເລຂາທິການໃຫຍ່ຂອງນາໂຕ້ ເປີດເຜີຍລາຍລະອຽດເລັກນ້ອຍຂອງຂໍ້ຕົກລົງດັ່ງກ່າວ ໂດຍຟິນແລນກັບສະວີເດັນຈະສະໜັບສະໜູນຕຸລະກີຢ່າງເຕັມທີ່ໃນການຕໍ່ຕ້ານໄພຄຸກຄາມຄວາມໝັ່ນຄົງຂອງແະເທດ ເຊິ່ງລວມເຖິງການແກ້ກົດໝາຍໃນປະເທດ, ປາບປາມກຸ່ມຕິດອາວຸດພັກແຮງງານຊາວເຄິດ ເຊິ່ງພະຍາຍາມຕັ້ງລັດອິດສະຫຼະຂອງຊາວເຄິດແລະຖຶກຕຸລະກີຈັດເປັນກຸ່ມກໍ່ການຮ້າຍແລະຈະຕົກລົງສົ່ງຜູ້ຮ້າຍຂ້າມແດນກັບລັດຖະບານອັງກາລາດ້ວຍ.