ຣັດເຊຍບໍ່ມີບັນຫາ ຫາກສະວີເດັນ-ຟິແລນ ເຂົ້າຮ່ວມນາໂຕ້
ປະທານາທິບໍດີ ປູຕິນ ລະບຸວ່າ ຣັດເຊຍ ບໍ່ມີບັນຫາ ຫາກ ຟິນແລນແລະສະວີເດັນເຂົ້້າເປັນສະມາຊິກນາໂຕ້ ແຕ່ຈະຕອບໂຕ້ຢ່າງສະສົມຫາກນາໂຕ້ປະຈໍາການທະຫານແລະໂຄງສ້າງພື້ນຖານໃນ 2ປະເທດ ຫຼັງຈາກພວກເຂົາເຂົ້້າຮ່ວມໃນພັນທະມິດທະຫານທີ່ນໍາໂດຍສະຫະລັດແຫ່ງນີ້
“ ກັບສະວີເດັນແລະຟິແລນເຮົາບໍ່ມີບັນຫາແບບດຽວກັບທີ່ເຮົາມີກັບຢູເຄຼນ ພວກເຂົາຕ້ອງການເຂົ້າຮ່ວມນາໂຕ້ ເອົາເລີຍ” ປູຕິນໃຫ້ສໍາພາດຫຼັງໂອ້ລົມກັບພວກຜູ້ນໍາທ້ອງຖິ່ນໃນເຕິກເມນິສະຖານ ຊາດອາດີດສະຫະພາບໂຊວຽດໃນອາຊີກາງ “ແຕ່ພວກເຂົາຕ້ອງເໜັ້ນໜັກວ່າບໍ່ເຄີຍມີໄພຄຸກຄາມກ່ອນໜ້ານີ້ ໃນຂະນະທີ່ຕອນນີ້ຫາກມີີການປະຈໍາການກອງທະຫານແລະໂຄ້ງສ້າງພື້ນຖານທີ່ນັ້ນ ເຮົາຈະຕອບໂຕ້ຢ່າງສະສົມ ແລະກໍ່ໄພຄຸກຄາມແບບດຽວກັນກັບດິນແດນຕ່າງໆ ທີ່ກໍ່ໄພຄຸກຄາມເຂົ້າຫາເຮົາ”
ປູຕິນ ຊີ້ວ່າເປັນເລື່ອງຫຼີກລ້ຽງບໍ່ໄດ້ທີ່ຄວາມສໍາພັນລະຫວ່າງມອສໂກກັບເຮຊິງກິແລະສະຕອກໂຮມ ຈະຕືງຄຽດຂື້ນຕໍ່ກໍລະນີທີ່ທັງສອງປະເທດເຂົ້າເປັນສະມາຊິກນາໂຕ້ “ ທຸກຢ່າງເປັນໄປດ້ວຍດີລະຫວ່າງເຮົາ ແຕ່ຕອນນີ້ມັນອາດມີຄວາມຕືງຄຽດ ແນ່ນອນວ່າມັນຄົງຈະມີ” ເຂົາກ່າວ “ມັນເປັນສິ່ງທີ່ຫຼີກລ້ຽງບໍ່ໄດ້ຖ້າມີໄພຄຸກຄາມກັບເຮົາ”