ແມ່ນແທ້ຫຼືບໍ? ຜັກ 5ຊະນິດນີ້ຫ້າມກີນ “ ດິບ ”ເດັດຂາດ
ຜັກກະຫຼໍ່າປີ: ຄົນປົກກະຕິກິນດິບໄດ້ ຍົກເວັ້ນສະເພາະຜູ້ປ່ວຍໄຮໂປໄທຣອຍ ເພາະສານກອຍໂຕເຈນ ຈະຂັດຂວາງການສ້າງຮໍໂມນໃນຕ່ຶມໄທຣອຍ ແຕ່ຖ້າເອົາໄປຜ່ານຄວາມຮ້ອນ ກອຍໂຕເຈນຈະສະຫຼາຍໄປ ແຕ່ທີ່ຕ້ອງກັງວົນກໍຄືສານຕົກຄ້າງ ຕ້ອງລ້າງໃຫ້ດີກ່ອນກິນດິບ

ຖົ່ວງອກ: ກິນດິບໄດ້ແຕ່ຕ້ອງລະວັງເຊື້ອຈຸລິນຊີປົນເປື້ອນ ຄວນລ້າງໃຫ້ສະອາດຫຼືແຊ່ນໍ້າດ່າງເພື່ອຂ້າເຊືອກ່ອນ ຄົນທີຄວນລະວັງເປັນຄົນທີ່ພູມຄູ້ມກັນອ່ອນແອ,ເດັກນ້ອຍຫຼືຜູ້ຍິງຖືພາ.

ຖົ່ວຝັກຍາວ: ກິນດິບໃຫ້ລະວັງຢາຂ້າແມງໄມ້ ໂດຍສະເພາະພວກຢາດູດຊືມ ການລ້າງທໍາມະດາອາດບໍ່ພຽງພໍ ຕ້ອງແຊ່ນໍ້າປະໄວ້ຈັກ 5ນາທີ

ໜໍ່ໄມ້ດິບຫຼືຫົວມັນດິບ: ຫ້າມກິນດິບເດັດຂາດ ເພາະມີສານໄຊຍາໄນຢູ່ຕາມທຳມະຊາດ ຄວນຕົ້ມໃນນໍ້າຮ້ອນກ່ອນ ປະມາ10ນາທີ ຊ່ວຍຫຼຸດສານພິດໄດ້ 90%

ຜັກໂຫມ: ກິນດິບໄດ້ ຍົກເວັ້ນສະເພາະຄົນທີ່ທາດເຫຼັກ ເພາະມີກົດອອກຊາລິກ ຈະໄປຕ້ານການດູດຊືມທາດເຫຼັກ ແລະ ແຄວຊຽມ.
