ເລືອກຂ້າງຢ່າງຊັດເຈນ! ຊີເຣຍຊາດທໍາອິດຮັບຮອງເອກະລາດ 2ແຄວ້ນຢູເຄຼນ

ເລືອກຂ້າງຢ່າງຊັດເຈນ! ຊີເຣຍຊາດທໍາອິດຮັບຮອງເອກະລາດ 2ແຄວ້ນຢູເຄຼນ



ຊີເຣຍ ເປັນຊາດທໍາອິດນອກເໜືອຈາກຣັດເຊຍ ທີ່ໃຫ້ການຮັບຮອງເອກະລາດຂອງສາທາລະນະລັດປະຊາຊົນໂດເນດແລະສາທາລະນະລັດປະຊາຊົນລູຮັນ ເຊິ່ງປະກາດເຈດຕະນາແຍກຕົວຈາກຢູເຄຼນ ແລະ ໄດ້ຮັບການຮັບຮອງເອກະລາດຢ່າງເປັນທາງການຈາກຣັດເຊຍ ຄວາມເຄື່ອນໄຫວທີ່ກະຕຸ້ນຄວາມເດືອດແກ່ຄຽບ ທີ່ປະກາດຕັດສໍາພັນທາງການທູດໃນແທບທັນທີ


ສໍານັກຂ່າວຊີເຣຍ ລາຍງານວ່າການຕັດສິນໃຈດັ່ງກ່າວລະບຸວ່າ “ ດ້ວຍຄວາມຕັ້ງໃຈແລະປາຖະໜາຄວາມສໍາພັນໃນທຸກມິຕິສາທາລະນະລັດອາຫຼັບຊີເຣຍຕັດສິນໃຈຮັບຮອງເອກະລາດແລະອໍານາດທິປະໄຕຂອງສະຫະລັດປະຊາຊົນໂດເນດແລະສາທາລະນະລັດປະຊາຊົນລູຮັນ”


ສາທາລະນະລັດທັງ 2 ເຊິ່ງລວມກັນເປັນພູມມິພາກດອນບາສ ຕ່າງປະກາດແຍກຕົວເປັນອິດສະຫຼະຈາກຢູເຄຼນ ຫຼັງຈາກເກີດການລຸກຮື້ທີ່ມີຕາເວັນຕົກໜູນຫຼັງໂຄ່ນລົ້ມອໍານາດ ວິເຕີ ຢານູ ໂຄວິ ປະທານາທິບໍດີທີ່ມາຈາກການເລືອກຕັ້ງຕາມລະບອບປະຊາທິປະໄຕໃນຂະນະນັ້ນ


ຕໍ່ມາ ກອງທັບຄຽບໄດ້ສູ້ຮົບກັບພວກກະບົດແບ່ງແຍກດິນແດນທີ່ສຸມໃສ່ຣັດເຊຍມາດົນກວ່າ 8ປີ ຈົນຣັດເຊຍໃຫ້ການີຮັບຮອງເອກະລາດຂອງທັງ 2 ສາທາລະນະລັດ ຈາກນັ້ນມອສໂກກໍຍົກພົນລະເມືອງຮຸກຮານຢູເຄຼນ ໃນສິ່ງທີ່ພວກເຂົາຮຽກວ່າເປັນປະຕິບັດການພິເສດດ້ານການທະຫານ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page