ງ້ວງນອນເລື້ອຍໆ ສັນຍານເຕືອນ 5ໂລກອັນຕະລາຍ
ຫຼາຍໆ ຄົນ ໂດຍສະເພາະພະນັກງານອັອບຟິດ ພໍຕອນສວຍກໍ່ເລີ່ມມີອາການງ້ວງນອນເປັນປະຈໍາ ຫຼືບາງທີ່ກໍຕ້ອງດື່ມກາເຟເພື່ອແກ້ງ້ວງ ແຕ່ຖ້າງ້ວງທຸກມື້ຕ້ອງກວດສຸຂະພາບເບິ່ງ ເພາະອາດຈະກໍາລັງເປັນໂລກບາງຢ່າງຢູ່ຫຼືບໍ ມື້ນິແອດຈະມາບອກໂລກທີ່ມາກັບການງ້ວງນອນເປັນຈໍາມີດັ່ງລຸ່ມນີ້:
1. ໂລກນອນບໍ່ຫຼັບ: ເພາະອາການນອນບໍ່ລັບຕອນກາງຄືນກໍເລີຍງ້ວງນອນໃນຕອນສວຍ ລອງສັງເກດຕົວງເອງເບິ່ງວ່າທີ່ນອນບໍ່ຫຼັບຫຼືນອນເດິກຫຼາຍໆ ເປັນເພາະເຮັດວຽກໜັກຫຼືຄຽດຈົນນອນບໍ່ຫຼັບ ຈື່ງເຮັດໃຫ້ມື້ຕໍ່ມາງ້ວງນອນ
2. ໂລກອ່ອນເພຍ,ເມື່ອຍລ້າ: ໝາຍເຖິງການນອນບໍ່ຫຼັບຕິດຕໍ່ກັນເປັນໄລຍະເວລາດົນນານ ເມື່ອຮ່າງກາຍສະສົມຄວາມອ່ອນເພຍໜັກຂື້ນເລື້ອຍໆ ນອກຈາກນີ້ຍັງມີສາເຫດມາຈາກການບໍລິໂພກອາຫານປະເພດແປ້ງ ແລະ ນໍ້າຕານຫຼາຍເກີນໄປ ຈົນສົ່ງຜົນໃຫ້ມີອາການອ່ອນເພຍ ງ້ວງນອນ ຄວາມຈື່ຈໍາບໍ່ດີ ເຈັບຫົວ ເປັນຕົ້ນ.
3.ໂລກເບົາຫວານ: ເຊິ່ງການທີ່ບໍລິໂພກແປ້ງແລະນໍ້າຕານສູງເຮັດໃຫ້ເກີດອາການງ້ວງນອນໄດ້ ນອກຈາກຈະເປັນໂລກຊໍ້າເຮື້ອແລ້ວ ຍັງອາດເປັນໂລກເບົາຫວານໄດ້ອີກດ້ວຍ ເພາະເລືອດມີປະລິມານນໍ້າຕານສູງ ແລະ ອາການງ້ວງນອນເປັນສັນຍານທໍາອິດທີ່ສະແດງ.
4.ໂລກລົມຫຼັບ: ເຊິ່ງຈະໂລກງ້ວງນອນແບບຈິງຈັງ ຄືງ້ວງນອນຫຼາຍໃນຕອນກາງເວັນ ແຕ່ຕອນກາງຄືນກັບຕາແຈ້ງນອນບໍ່ຫຼັບ ຫຼືຫຼັບບໍ່ສະໜິດ ອາດເຮັດໃຫ້ສຸຂະພາບຈິດບໍ່ດີ ຫງຸດຫງິດງ່າຍຈາກການພັກຜ່ອນບໍ່ພຽງພໍອີກດ້ວຍ.
5. ໂລກໂລຫິດຈາງ: ຜູ້ຍິງຈະມີໂອກາດເປັນໂລກໂລຫິດຈາງໄດ້ງ່າຍ ເພາະສາເຫດມາຈາກການໄດ້ຮັບສານອາຫານທີ່ມີປະໂຫຍດບໍ່ພຽງພໍ(ເພາະຜູ້ຍິງເລືອກກິນຫຼາຍກວ່າ) ນອກນີ້ຍັງສູນເສຍໂລຫິດຈາກການເປັນປະຈໍາເດືອນອີກດ້ວຍ.