UK ມີແຜນປິດທໍ່ກ໊າຊປ້ອນຢູໂຣບ ຫາກເກີດວິກິດຂາດແຄນໃນປະເທດ

UK ມີແຜນປິດທໍ່ກ໊າຊປ້ອນຢູໂຣບ ຫາກເກີດວິກິດຂາດແຄນໃນປະເທດ


ສະຫະລາດຊະອານາຈັກຈະຕັດອຸປະທານກ໊າຊທີ່ປ້ອນແກ່ຢູໂຣບ ຫາດວ່າພວກເຂົາປະເຊີນກັບບັນຫາຂາດແຄນຢ່າງຮຸນແຮງ ຕາມລາຍງານຂອງສື່້ມວນຊົນອັງກິດ ພາຍໃຕ້ແຜນສຸກເສີນໜື່ງທີ່ທາງເຫຼົ່າບໍລິສັດພະລັງງານເຕືອນວ່າມັນສ່ຽງຊໍ້າເຕີມວິກິດແກ່ທະວີບແຫ່ງນີ້


ໃນຂະນະທີ່ບັນດາປະເທດຕ່າງໆ ໃນຢູໂຣບກໍາລັງປະເຊີນແນວໂນ້ມຖຶກຣັດເຊຍຕັດການສົ່ງອອກກ໊າຊ ເຊິ່ງມີການລາຍງານວ່າສະຫະລາດຊະອານາຈັກມີແຜນປິດທໍ່ລໍາລຽງທີ່ປ້ອນແກ່ເນເທີແລນແລະເບວຢຽມ ເຖິງສ່ຍງບ່ອນທໍາລາຍຄວາມພະຍາຍາມຜັກດັນໃຫ້ເກີດຄວາມຮ່ວມມືລະຫວ່າງປະເທດໃນດ້ານພະລັງງານກໍຕາມ


ການປິດທໍ່ລໍາລຍງເສື່ອມຕໍ່ ຈະເປັນໜື່ງໃນມາດຕະການເບືອງຕົ້ນພາຍໃຕ້ແຜນສຸກເສີນດ້່ານກ໊າຊຂອງສະຫະລາດຊະອານາຈັກ ເຊິ່ງອາດບັງຄັບໃຊ້ໂດຍໂຮງໄຟຟ້າແຫ່ງຊາດ ຫາກວ່າການຕອບສະໜອງຂາດແຄນໃນຊ່ວງຫຼາຍເດືອນທາງນ້າທີ່ກໍາລັງເຖິງ


ບັນດາບໍລິສັດກ໊າຊທັງຫຼາຍໃນຢູໂຣບ ອ້ອນວອນສະຫະລາດຊະອານາຈັກໃຫ້ຮ່ວມມືກັບອີຢູ ແລະ ເຕືອນວ່າການປິດທໍ່ລໍາລຽງເຊື່ອມຕໍ່ອາດກໍ່ໄຟຍ້ອນຫຼີ້ນງານສະຫະລາດຊະອານາຈັກເອງ ຫາກວ່າເກີດບັນຫາຂາດແຄນດົນນານ ທັງນີ້ສະຫະລາດຊະອານາຈັກນໍາເຂົ້າກ໊າຊທໍາມະຊາດຈາກຢູໂຣບໃນປະລິມານຫຼາຍ ໂດຍສະເພາະຢ່າງຍິ່ງໃນຊ່ວງລະດູໜາວ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page