ເຊເລັນສະກີຂໍນາໂຕ້ 5ພັນລ້ານໂດລາຕໍ່ເດືອນ ຊີ້ເງິນມີຄວາມສຳຄັນສຳກັບອາວຸດ
ປະທານາທິບໍດີໂວໂລດິມີ ເຊເລນສະກີ ແຫ່ງຢູເຄຼນ ເລັ່ງລ່າພັນທະມິດທະຫານນາໂຕ້ ທີ່ນໍາໂດຍສະຫະລັດຍົກລະດັບສະນັບສະໜູນປະເທດຂອງເຂົາ ທ່າມກາງຄວາມຂັດແຍ້ງກັບຢູເຄຼນ ອ້າງວ່າຄວາມພ່າຍແພ້ຂອງຄຽບອາດນໍາມາເຊິ່ງສົງຄາມທີ່ຕາມມາລະຫວ່າງມອສໂກກັບຕາເວັນຕົກທັງມວນ
ລະຫວ່າງການປະລາໄຊກັບກອງປະຊຸມສຸດຍອດນາໂຕ້ໃນກຣຸງມາດຣິດ ເຊເລນສະກີບອກກັບບັນດາຜູ້ນໍານາໂຕ້ວ່າ “ ເລືອກເອົາລະຫວ່າງມອບຄວາມຊ່ວຍເຫຼືອເລັ່ງດ່ວນຢ່າງພໍພຍງແກ່ຢູເຄຼນເພື່ອໄຊຊະນະ ຫຼືສົງຄາມລະຫວ່າງຮັດເຊຍ”
ເຊເລນສະກີເນັ້ນຢໍ້າວ່າປະເທດຂອງພວກເຂົາຕ້ອງການຄວາມຊ່ວຍເຫຼືອໂດຍກົງທັ້ງນັ້ນດ້ານການທະຫານແລະການເງີນ ພ້ອມລະບຸວ່າເງີນຊ່ວຍເລືອເດືອນລະ 5.000ລ້ານໂດລາສະຫະລັດ ມີຄວາມຈໍາເປັນເພື່ອຊົດເຊີຍການຂາກດຸນງົບປະມານ
ຄໍາປາໄສ ຂອງເຊເລນສະກີ ສະທ້ອນທ່າທີຂອງບັນດາເຈົ້າໜ້າທີ່ລະດັບສູງຂອງຢູເຄຼນກ່ອນໜ້ານີ້ທີ່ຮຽກຮ້ອງຊໍ້າໆ ຂໍໃຫ້ຕາເວັນຕົກມອບການສະໜັບສະໜູນທາງການເງີນ “ ການຊ່ວຍເຫຼືອທາງການເງີນແກ່ຢູເຄຼນ ມີຄວາມສໍາຄັນບໍ່ໜ້ອຍກວ່າການສົ່ງມອບອາວຸດ ເຮົາຕ້ອງການ 5.000ພັນລ້ານໂດລາຕໍ່ເດືອນ ມັນຄືເລື່ອງພື້ນຖານທີ່ຈໍາເປັນສໍາລັບການປ້ອງກັນ” ເຊເລນສະກີກ່າວ