ຄວນຮູ້! ປະໂຫຍດຂອງໝາກກ້ວຍດີຕໍ່ສຸຂະພາບ
1.ຫຼຸດລະດັບຄໍເລດເຕີລໍ: ເນື່່ອງຈາກໝາກກ້ວຍເປັນໝາກໄມ້ທີ່ມີກາກໃຍອາຫານຢ່າງພໍດີ ຈື່ງເຮັດໃຫ້ກ້ວຍມີສ່ວນຊ່ວຍໃນການຄວບຄຸມລະດັບຄໍເລດເຕີລໍບໍ່ໃຫ້ສູງເກີນໄປ ເຊິ່ງຈະເປັນໜື່ງໃນປັດໄຈທີ່ຈະຫຼຸດຄວາມສ່ຽງຕໍ່ການເກີດໂລກອື່ນໆຕາມມາເຊັ່ນ:ໂລກເບົາຫວານ ແລະ ໂລກຫຼອດເລືອດຫົວໃຈເປັນຕົ້ນ.
2.ຊ້ວຍໃນການຫຼຸດນໍ້າໜັກ: ເປັນອາຫານທີ່ຮັບປະທານແລ້ວອີ່ມໄວ,ຢູ່ທ້ອງ ແລະ ໃຫ້ພະລັງງານກັບຮ່າງກາຍໄດ້ຢ່າງດີ ແຕ່ແນວໃດກໍຕາມກ້ວຍເປັນໝາກໄມ້ທີ່ມີນໍ້າຕານ ຄວນບໍລິໂພກໃຫ້ພໍດີ.
3.ຄວບຄຸມລະດັບຄວາມດັນໂລຫິດ: ສານໂພແທັກຊຽມທີ່ພົບໃນກວ້ຍຈະຊ່ວຍໃຫ້ຮ່າງກາຍຂັບໂຊດຽມອອກມາທາງປັດສະວະໄດ້ຫຼາຍຂື້ນ ສົ່ງຜົນດີຕໍ່ລະດັບຄວາມດັນໂລຫິດທີ່ຫຼຸດລົງຕາມໄປດ້ວຍ.
4.ຫຼຸດອາການຖອກທ້ອງ: ເສັ້ນໃຍອາຫານທີ່ຍ່ອຍງ່າຍຂອງກ້ວຍ ຊ່ວຍຫຼຸດອາການຖອກທ້ອງໄດ້ ເພາະກ້ວຍມີຄາໂບໄຮເດດທີ່ຮ່າງກາຍບໍ່ສາມາດຍ່ອຍສະຫຼາຍໄດ້ເປັນແຫຼ່ງອາຫານຂອງເຫຼົ່າຈຸລິນຊີໂປໄບໂອຕິກ ເຊິ່ງແບັກທີເຣຍຊະນິດດີທີ່ພົບໃນລໍາໄສ້ ຊ່ວຍຫຼຸດອາການຖອກທ້ອງ.
5.ແກ້ອາການທ້ອງອືດ: ຄາໂບໄຮເດດທີ່ຮ່າງກາຍບໍ່ສາມາດຍ່ອຍສະຫຼາຍໄດ້ໃນກວ້ຍ ທີ່ເປັນແຫຼ່ງອາຫານຊັ້ນດີຂອງຈຸລີນຊີ ໂປຼໄບໂອຕິກໃນລໍາໄສ້ ນອກຈາກຈະຊ່ວຍຫຼຸດຄວາມສ່ຽງ ອາການຖອກແລ້ວຍັງລວມເຖິງບັນຫາທ້ອງອືດໄດ້ຶີກດ້ວຍ.
6.ແກ້ອາການໂລຫິດຈາງ: ກວ້ຍມີທາດເຫຼັກທີ່ດີຕໍ່ສຸຂະພາບຂອງຄົນທີ່ມີອາການໂລຫິດຈາງ ເພາະການເພີ່ມທາດເຫຼັກໃນຮ່າງກາຍຈະຊ່ວຍເພີ່ມການສ້າງເມັດເລືອດແດງໄດ້ ແຕ່ທັ້ງນີ້ກໍບໍ່ໄດ້ໝາຍຄວາມວ່າກວ້ຍຈະຊ່ວຍຮັກສາໂລຫິດຈາງໄດ້ແຕ່ຢ່າງໃດ.