ຊັບພະຄຸນຂອງງາດໍາມີສ່ວນຊ່ວຍບໍາລຸງຫົວໃຈ-ໂລກມະເຮັງ
1.ບັນເທົາອາການປວດຂໍ້ອັກເສບ: ການຮັບປະທານງາດຳສາມາດຫຼຸດອາການປວດໄດ້ ເພາະທາດທອງແດງທີ່ຢູ່ໃນງາດໍາມີປະສິດທິພາບຕ້ານການອັກເສບ ເຮັດໃຫ້ອາການປວດຫຼຸດລົງນອກຈາກນີ້ທາດທອງແດງຍັງຊ່ວຍສ້າງຄໍລະເຈນ ເຊິ່ງຄໍລະເຈນນັ້ນສໍາຄັນຕໍ່ການເສີມສ້າງເນື້ອເຢື່ອ,ຂໍ້ຕໍ່, ກະດູກອອ່ນແລະຫຼອດເລືອດໃຫ້ແຂງແຮງ.
2.ບໍາລຸງຜິວພັນແລະກະດູກ: ເຊິ່ງງາດຳອຸດົມໄປດ້ວຍເຄຼວຊຽມ ມີຫຼາຍກວ່ານົມເຖິງ 6ເທົ່າ ນອກຈາກນີ້ກໍຍັງມີສັງກະສີທີ່ຊ່ວຍເສີມສ້າງຄວາມແຂງແຮງຂອງກະດູກເພີ່ມມວນກະດູກ ຈື່ງເໝາະກັບຄົນທຸກເພດທຸກໄວ ໂດຍສະເພາະຜູ້ຍິງໃນໄວໝົດປະຈໍາເດືອນທີ່ມິຄວາມສ່ຽງເປັນໂລກກະດູກພຸ.
3.ຫຼຸດລະດັບຄໍເລດເຕີລໍໃນເລືອດ: ສານເຊຊາມິນແລະສານເຊຊາໂມລິນ ເປັນໄຟເບີທີ່ມີຄຸນສົມບັດໃນການຫຼຸດລະດັບຄໍເລດເຕີລໍໃນເລືອດໄດ້ ເຊິ່ງສານຊະນິດນີ້ເປັນສານທີ່ອຸດົມຢູ່ໃນງາດຳ ນອກຈາກນີ້ໃນງາດຳກໍຍັງອຸດົມໄປດ້ວຍສານໄຟໂຕເຕລໍ
4.ບໍາລຸງຫົວໃຈ: ເພະາງາດຳສາມາດຊ່ວຍຫຼຸດລະດັບຄໍເລດເຕີລໍໄດ້ ຈື່ງເຮັດໃຫ້ສຸຂະພາບຫົວໃຈແຂງແຮງຂື້ນ ເພາະເມື່ອຮ່າງກາຍມີລະດັບຄໍເລດເຕີລໍທີ່ຫຼຸດລົງ ກໍຈະສົ່ງຜົນໃຫ້ຫຼອດເລືອດຫົວໃຈສະອາດຂື້ນ ລະບົບໄຫຼວຽນເລືອດກໍດີຂື້ນຫຼຸດຄວາມສ່ຽງທັງໂລກຫົວໃຈແລະຫຼອດເລືອດ
5.ປ້ອງກັນໂລກມະເຮັງ: ສານຕ້ານອານຸມູນອິດສະຫຼະທີ່ອັດແໜ່ນເຕັມເມັດງາດໍາ ເປັນຕົວການສຳຄັນທີ່ເຮັດໃຫ້ງາດຳກາຍເປັນອາຫານຕ້ານມະເຮັງທີ່ມີປະສິດທິພາບ ໂດຍສະເພາະໂລກມະເຮັງລໍາໄສ້ ເພາະໄຟເບີທີ່ຢູ່ໃນງາດຳຈະເຂົ້າໄປກະຕຸ້ນການເຮັດວຽກຂອງລະບົບລໍາໄສ້ ເຮັດໃຫ້ລໍາໄສ້ເຮັດວຽກໄດ້ດີຂື້ນ.