ສີຈີ້ນຜິງຢ້ຽມຮ່ອງກົງຄັ້ງທໍາອິດລັ່ນຮ່ອງກົງຄືໄຟທີ່ເກີດໃໝ່
ປະທານາທິບໍດີ ສີຈີ້ນຜິງ ຂອງຈີນເຜີຍວ່າ ຮ່ອງກົງຄືໄຟທີ່ເກີດໃໝ່ລະຫວາງເດີນທາງຢ້ຽມ ໃນໂອກາດຄົບຮອບ 25ປີ ທີ່ອັງກິດຄືນຮ່ອງກົງໃຫ້ຈີນ ນັບເປັນການເດີນທາງຢ້ຽມຄັ້ງທໍາອິດຕັ້ງແຕ່ການເຄື່ອນໄຫວຮຽກຮ້ອງປະຊາທິປະໄຕ
ຖຶກປາບປາມການຢ້ຽມຢາມຂອງຜູ້ນໍາຈີນຖືເປັນໂອກາດທີ່ພັກຄອມມູນິດຈີນການສະແດງອຳນາດໃນການຄວບຄຸມຮ່ອງກົງຫຼັງຈາກການປະທ້ວງໃຫຍ່ສົ່ງຜົນໃຫ້ທາງການຈີນບັງຄັບໃຊ້ການປາບປາມຢ່າງຮຸນແຮງ
ສີຈີ້ນຜິງ ກ່າວຫຼັງເດີນທາງຮອດສະຖານີລົດໄຟຄວາມໄວສູງໃຈກາງຮ່ອງກົງວ່າ “ ໃນຊ່ວງເວລາທີ່ຜ່ານມາຮ່ອງກົງຜ່ານການທົດສອບຢ່າງໜັກມາຫຼາຍກວ່າ 1ຄັ້ງ ແລະ ຜ່ານພົ້ນຄວາມສ່ຽງແລະ ຄວາມທ້າທາຍຫຼາຍກວ່າ 1ຄັ້ງ ຫຼັງພາຍຍຸສະຫງົບ ຮ່ອງກົງກາຍເປັນໄຟທີ່ເກີດໃໝ່ຂື້ນມາດ້ວຍພະລະກຳລັງທີຮ່ແຂງແກ່ງ”
ສີຈີ້ນຜິງກ່າວອີກວ່າ “ຄວາມເປັນຈີງແລ້ວວ່າໜື່ງປະເທດສອງລະບົບມີພະລະກຳລັງທີ່ຍິ່ງໃຫຍ່ມັນສາມາດຮັບປະກັນຄວາມໝັ່ນຄົງແລະຄວາມຈະເລີນຮຸ່ງເຮືອງໃນໄລຍະຍາວຮ່ອງກົງແລະປົກປ້ອງຄວາມເປັນຢູ່ທີ່ດີຂອງຊາວຮ່ອງກົງ”