ສໍາຫຼັບສາວໆມີ “ ປະຈໍາເດືອນ” 2ຄັ້ງຕໍ່ເດືອນອາດສ່ຽງໂລກຮ້າຍ
ຫາກມີປະຈໍາເດືອນຫຼາຍກວ່າ 1ຄັ້ງ ອາດເປັນເພາະເກີດຄວາມຄຽດສະສົມຫຼືການປ່ຽນແປງຂອງຮໍໂມນເຊິ່ງນໍາມາກໍ່ໃຫ້ເກີດໂລກຮ້າຍໄດ້ໃນອານາຄົດ ປົກກະຕິປະຈໍາເດືອນຂອງເພດຍິງມັກມາເດືອນລະ 1ຄັ້ງ ແຕ່ຢູ່ດີໆກໍມີປະຈໍາເດືອນອີກຄັ້ງທີ 2 ມື້ນິແອດຈະມາບອກໂລກຮ້າຍທີ່ທຸກຄົນຄວນຮູ້ມີດັ່ງລຸ່ມນີ້໋:
1.ໂລກກະດູກເຊິງການອັກເສບ: ເປັນການຕິດເຊື້ອແບັກທີເຣຍທີ່ສະສົມຢູ່ໃນລະບົບສືບພັນເພດຍິງ ທີ່ອາດເຂົ້າສູ່ຊ່ອງຄອດແພ່ກະຈາຍໄປຍັງມົດລູກແລະອະໄວຍະວະເພດທີ່ເຮັດໃຫ້ເກີດອາການຫຼຸລູກ ລວມເຖິງມີອາການຕົກຂາວ ເຈັບປວດໃນກະດູກພ້ອມທັງມີກິ່ນທີ່ບໍ່ເພິງປະສົງຮ່ວມດ້ວຍ.
2.ເນື້ອງອກໃນມົດລູກ: ເກີດຈາກການເຕີບໂຕຜິດບ່ອນ ແລະ ຍືດຕິດກັບຝາຂອງມົດລູກ ເຊິ່ງມີຕັ້ງແຕ່ຂະໜາດນ້ອຍເຖິງຂະໜາດໃຫຍ່ ເນື້ອງອກນີ້ມີອາການຂ້າງຄຽງທີ່ຮຸນແຮງເຊັ່ນ: ອາການເຈັບທ້ອງເລືອດໃນປະລິມານຫຼາຍ ຄວນເຂົາຮັບການປຶກສາຜ່າຕັດອອກໂດຍແພດໃຫ້ໄວທີ່ສຸດ
3.ໂລກມະເຮັງປາກມົດລູກ: ເປັນມະເັຮງຊະນິດໜື່ງທີ່ເກີດຈາກການຕິດເຊື້ອໄວຣັດເອພີວີ ໃນເຊວສ່ວນລຸ່ມຂອງມົດລູກທີ່ເຊື່ອມຕໍ່ກັບຊ່ອງຄອດກໍ່ໃຫ້ເກີດມະເຮັງປາກມົດລູກ ສາມາດສັງເກດອາການເລີ່ມຕົ້ນໄດ້ງ່າຍໆ ຄືແະຈໍາເດືອນເລີ່ມໄຫຼໜ້ອຍ ສົ່ງກິ່ນບໍ່ເພິງປະສົງ ລວມເຖິງອາການປວດກະດູກລະຫວ່າງມີເພດສໍາພັນ.