ນາໂຕ້ເສີມກໍາລັງກອງທັບ ເບິ່ງຣັດເຊຍເປັນໄພຄຸກຄາມຫຼັກ
ຄວາມຕືງຄຍດຈາກສົງຄາມຢູເຄຼນ-ຣັດເຊຍໃນຢູໂຣບຕາເວັນອອກ ສົ່ງຜົນຕໍ່ນະໂຍບາຍຄວາມໝັ່ນຄົງຂອງຊາດຕາເວັນຕົກຢ່າງຕໍ່ເນື່ອງ ໂດຍສໍານັກຂ່າວຕ່າງປະເທດລາຍງານວ່າ ການປະຊຸມສຸດຍອດຜູ້ນໍາອົງການສົນທິສັນຍາແອດແລນຕິກເໜືອ
( ນາໂຕ້) ຕັ້ງແຕ່ຊ່ວງຕົ້ນອາທິດທີ່ຜ່ານມາ ໄດ້ມີີການປ່ຍນແປງຂະໜາດໃຫຍ່ພາຍໃຕ້ຈຸດຢືນວ່າ ຣັດເຊຍຄື “ ໄພຄຸກຄາມຫຼັກ” ຂອງນາໂຕ້ ບໍ່ແມ່ນຊາດຫຸ້ນສ່ວນ ແລະ ນາໂຕ້ຈະມີການຂະຫຍາຍກໍາລັງພົນໃນຢູໂຣບ
ທ່າຍ ເຍນ ສະໂຕເຕນເບິກ ເລຂາທິການນາໂຕ້ຍັງເຜີຍວ່າ ອາວຸດຍຸດໂທປະກອນໜັກສໍາລັບການເຮັດສົງຄາມຈະຖຶກປະຈໍາການໄດ້ຕາມພົມແດນທີ່ຕິດກັບຣັດເຊຍ
ໃນຈໍານວນນີ້ ລວມເຖິງການເພີ່ມກໍາລັງທະຫານໃນເອວໂຕເນຍ ທີ່ຢູ່ຕິດກັບພາກຕາເວັນຕົກສຽງເໜືອຂອງຣັດເຊຍ ( ພົມແດນຢູ່ຫ່າງຈາກນະຄອນເຊນປີເຕີເບິກຂອງຣັດເຊຍໄປພຽງ 160ກິໂລເມດ) ເຊິ່ງອັງກິດປະກາດໃຫ້ການສະໜັບສະໜູນດ້ວຍກອງເຮືອທີ່ບັນທຸກເຄື່ອງບິນ.
ແຜນການທາງຍຸດທະສາດຂອງນາໂຕ້ຍັງຖຶກເປີດເຜີຍຫຼັງຈາກຕຸລະກີປະກາດຈຸດຢືນວ່າ ຈະບໍ່ຂັດຂວາງຟິແລນ ແລະ ສະວີເດັນໃນການເຂົ້າຮ່ວມເປັນສະມາຊິກນາໂຕ້ ຫຼັງທັງສອງປະເທດຍິນຍອມທີ່ຈະປ່ຽນຈຸດຢືນການສະນັບສະໜູນກຸ່ມຊາວເຄິດພີເຄເຄທີ່ລັດຖະບານຕຸລະກີວ່າເປັນກຸ່ມກໍ່ການຮ້າຍເຊິ່ງໝາຍຄວາມວງ່າຫົນທາງສູ່ການເປັນນາໂຕ້ຂອງທັງສອງປະເທດຈະສະດວກຫຼາຍຂື້ນ