ຮ້ອນຕັບແຕກ! 6ອັນດັບສະຖານທີ່ ອາກາດຮ້ອນທີ່ສຸດໃນໂລກ
ປະເທດອີຣານ ( Iran ) ເມືອງ Agha jari : ເລີ່ມຕົ້ນກັນເບົາທີ່ປະເທດອີຮານ ໃນໜ້າຮ້ອນ ເມືອງ Agha jari ສະມີອຸນຫະພູມສະເລ່ຍຢ່າງຕໍ່າ ປະມານ 45℃

ປະເທດຊູດານ (Sudan) ເມືອງ ວາດີຮາຟາ (Wadi Halfa): ເປັນເມືອງທີ່ຢູ່ທາງຕອນເນືອຂອງປະເທດຊູດານ ພື້ນທີ່ສ່ວນຫຼາຍເປັນທະເລຊາຍ ໃນ 1ປີ ແດດອອກຫຼາຍເຖິງ 98% ແລະມີປະລິມານນໍ້າຝົນໜ້ອຍທີ່ສຸດສະເລ່ຍປີລະ 0.5ມມ ເທົ່ານັ້ນ ອຸຫະພູມສູງສຸດຢູ່ທີ 48℃

ປະເທດອິດສະຣາເອວ( Israel): Tirat Tavi ເປັນສະຖານທີ່ຕັ້ງຢູ່ໃນເມືອງ Beit She’an ທາງຕອນໃຕ້ຂອງປະເທດອິດສະຫຼະເອວ ໃກ້ກັບຊາຍແດນແລະແມ່ນໍ້າຈໍແດນ ເຊິ່ງອຸນຫະພູມໃນຕອນກາງເວັນແທກໄດ້ສູງສຸດ 54℃

ສາທາລະນະລັດມາລີ Araouane ຕັ້ງຢູ່ໃນແຖບອາຟິກກາຕາເວັນຕົກ ມີຊາຍແດນຕິດຕໍ່ປະເທດ ແອວຈີເຣຍ, ໄຈເຈ, ບູກິນາຟາໂຊ ເປັນຕົ້ນ ເຊິ່ງເປັນໝູ່ເກາະນ້ອຍໆ ທີ່ຕັ້ງຢູ່ເຂດທະເລຊາຍຊາຮາລາ ສະພາບອາກາດຮ້ອຍອົບເອົ້າ ບໍ່ມິຝົນຕົກ ອຸນຫະພູມສະະເລ່ຍ 54.4℃

ສາທາລະນະລັດມາລີ : ເຂດທິມບັກຕູ (Timbuktu): ເປັນເມືອງທີ່ຕັ້ງຢູ່ທາງຕອນກາງຂອງປະເທດ ແລະ ຕັ້ງຢູ່ໃນເຂດທະເລຊາຍຊາຮາລາ ເດືອນທີ່ຮ້ອນທີ່ສຸດຂອງເມືອງນີ້ ຈະຢູ່ລະຫວ່າງເດືອນເມສາ-ມີຖຸນາ ອຸນຫະພູມສະເລ່ຍສູງກວ່າ 40℃ ແລະ ເຖິງແມ່ນວ່າຈະເປັນຊ່ວງລະດູໜາວ ອຸນກະພູມກໍຈະບໍ່ຫຼຸດຕ່ຳລົງເກີນ 30℃

ປະເທດຕູນີເຊຍ: Kebili ເປັນເມືອງທີ່ຕັ້ງຢູ່ທາງຕອນໃຕ້ຂອງປະເທດຕູນີເຊຍ ເປັນປະເທດອາຫຼັບມຸດສະລິມ ໃນອາຟິກາເໜືອ ເປັນເມືອງທີ່ມີອາຍຸເກົ່າແກ່ທີ່ສຸດ ເຊິ່ງອຸນຫະພູມທີ່ເຄີຍຈົດບັນທຶກສູງສຸດຢູ່ທີ່ 55℃
