ອິນໂດເນເຊຍ ອາສາເປັນຄົນກາງຢຸດຕິສົງຄາມ ພົບຜູ້ນໍາ-ຣັດເຊຍຢູເຄຼນ

ອິນໂດເນເຊຍ ອາສາເປັນຄົນກາງຢຸດຕິສົງຄາມ ພົບຜູ້ນໍາ-ຣັດເຊຍຢູເຄຼນ


ໂຈໂກວີ ປະທານາທິບໍດີ ອິນໂດເນເຊຍ ອາສາເປັນຄົນກາງຢຸດຕິສົງຄາມໃນຢູເຄຼນດຳເນີນເຂົ້າສູ່ເດືອນທີ 5 ເດີນທາງມາພົບປະຫາລື ປະທານາທິບໍດີ ເຊເລນສະກີ ແລະ ປູຕິນ.


ຫຼັງຈາກທີ່ປະທານາທິບໍດີ ໂຈໂກວີ ໄດ້ພົບປະຫາລືກັບປະທານາທິບໍດີໂວໂລດິເມຍ ເຊເລນສະກີ ແຫ່ງຢູເຄຼນ ທີ່ພະລາດຊະວັງມາຣິນສະກີ້ ເຊິ່ງເປັນສໍານັກຂອງປະທານາທິບໍດີຢູເຄຼນໃນກຮຸງຄຽບ


ປະທານາທິບໍດິ ໂຈໂກວີ ໄດ້ກ່າວກັບປະທານາທິບໍດີປູຕິນວ່າ ເຂົາໄດ້ນໍາສານຈາກປະທານາທິບໍດີເຊເລນສະກີແຫ່ງຢູເຄຼນທີ່້ຝາກມາເຖິງປະທານາທິບໍດີປູຕິນ ໂດຍຜູ້ນໍາອິນໂດເນເຊຍຍັງກ່າວອີກວ່າ ເຂົາພ້ອມຈະຊ່ວຍເລີ່ມການເຈລະຈາລະຫວ່າງຜູ້ນໍາຣັດເຊຍກັບຢູເຄຼນ


ແນວໃດກໍຕາມປະທານາທິບໍດີ ໂຈໂກວີ ບໍ່ໄດ້ເປີດເຜີຍລາຍລະອຽດໃດໆ ເພີ່ມເຕີມຫຼາຍໄປກວ່ານີ້ ພຽງແຕ່ກ່າວວ່າສະຖານະການພາຍນອກຄົງລຳບາກ ແຕ່ຍັງຄົງມີຄວາມສຳຄັນທີ່ຈະດຳເນີນການຕໍ່ໄປຂ້າງນ້າ ໃນການຫາຂໍ້ຕົກລົງ ແລະ ເປີດເຈລະຈາລະຫວ່າງຣັດເຊຍກັບຢູເຄຼນ.


ໂຈໂກດີ ຜູ້ນຳອິນໂດນີເຊຍຍັງກ່າວອີກວ່າ ປະເທດອິນໂດເນເຊຍຢາກໃຫ້ສົງຄາມໃນຢູເຄຼນຢຸດຕິລົງໃນໄວໆນີ້ “ ຂໍຮຽກຮ້ອງໃຫ້ຜູ້ນຳທົ່ວໂລກຟື້ນຈິດວິນຍານແຫ່ງຄວາມຮ່ວມມື້”

Leave a Reply

Your email address will not be published. Required fields are marked *

You cannot copy content of this page