ສະຫະລັດເສຍໜ້າ ທົດສອບຂີປະນາວຸດລົ້ມເຫຼວໃນຮອບທີ 2

ສະຫະລັດເສຍໜ້າ ທົດສອບຂີປະນາວຸດລົ້ມເຫຼວໃນຮອບທີ 2


ສະຫະລັດປະສົບຄວາມລົ້ມເຫຼວໃນການທົດສອບລະບົບຂີປະນາວຸດຄວາມໄວເນືອສຽງທ່າມກາງແຮງກົດດັນຈາກຈີນແລະຣັດເຊຍທີ່ເປີດຕົວຫຼືທົດສອບຂີປະນາວຸດຂອງຕົວເອງ

ສໍານັກຂ່າວຕ່າງປະເທດລາຍງານວ່າ ກະຊວງປ້ອງກັນປະເທດສະຫະລັດ ເປີດເຜີຍວ່າກອງທັບປະສົບຄວາມລົ້ມເຫຼວໃນການທົດສອບລະບົບຂີປະນາວຸດຄວາມໄວເໜືອສຽງ ໂດຍເກີດການຜິດພາດຫຼັງຂະບວນການສັນດາບເຊື້ອໄຟ


ໂຄສົກສະຫະລັດ ລະບຸວ່າ ເຈົ້າໜ້າທີ່ຂອງໂຄງການກຳລັງກວດສອບຂໍ້ມູນເພື່ອຫາສາເຫດສຳລັບໃຊ້ອ້າງອີງໃນການທົດສອບໃນອານາຄົດ ແຕ່ເຂົາບໍ່ໄດ້ເປີດລາຍລະອຽດເພີ່ມເຕີມວ່າເກີດຫຍັງຂື້ນໃນການທົດສອບທີ່ຜ່ານມາ.


ທັງນີ້ລະບົບຂີປະນາວຸດ CPS ຖຶກອອກແບບມາສຳລັບຕິດຕັ້ງເຮືອພິຂາດ ຊັ້ນຊູມວອນ ແລະ ເຮືອດຳນ້ຳຊັ້ນເວີຈີເນຍ ແຕ່ນັບເປັນຄວາມລົ້ມເລວໃນການທົດສອບຄັ້ງທີ 2ແລ້ວ ຫຼັງຈາກຈະລວດຂັບດັນເຮັດວຽກຂັດຂ້ອງໃນການທົດສອບບິນຄັ້ງທຳອິດ ຈົນເຮັດໃຫ້ຈະຫຼວດບໍ່ອອກຈາກລານຍິງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page