ຢູເຄຼນອ້າງໄລ່ທະຫານຣັດເຊຍຈາກເກາະງູສໍາເລັດ-ມອສໂກໂຕ້ຖອນທັບອອກເອງ

ຢູເຄຼນອ້າງໄລ່ທະຫານຣັດເຊຍຈາກເກາະງູສໍາເລັດ-ມອສໂກໂຕ້ຖອນທັບອອກເອງ


ກອງທັບຢູເຄຼນອ້ງໃຊ້ປະຕິບັດການທາງທະຫານໄລ່ກອງທັບຣັດເຊຍອອກຈາກເກາະງູໄດ້ສໍາເລັດ ແຕ່ຝ່າຍມອສໂກບອກວ່າພວກເຂົາຖອນທະຫານອອກເອງເພື່ອສະແດງຄວາມປາຖະໜາດີ


ມີການລາຍງານວ່າກອງທັບຢູເຄຼນເປີດເຜີຍວ່າ ກອງທັບຣັດເຊຍຖອນກຳລັງອອກຈາກ ເກາະງູ ເກາະນ້ອຍໆ ຂອງຢູເຄຼນໃນທະເລດຳ ເຊິ່ງຖຶກມອສໂກຢືດຄອງຕັ້ງແຕ່ມື້ທຳອິດຂອງການຮຸກຮານ ຫຼັງຈາກປະສົບຄວາມສຳເລັດໃນການອອກປະຕິບັດການທາງທະຫານ.


ກອງບັນຊາການ ກອງທັບພາກໃຕ້ຂອງຢູເຄຼນລະບຸວ່າ ກອງກຳລັງຂອງສັດຕູຮີບີ້ອນອົບພະຍົບທະຫານທີ່ເຫຼືອອອກຈາກກອງດ້ວຍເຮືອໄວ 2ລຳແລະເຊື່ອວ່າອອກຈາກເກາະໄປແລ້ວ
ກ່ອນໜ້ານີໃນມືດຽວກັນ ກອງທັບຢູເຄຼນອອກມາເປີດເຜີຍວ່າ ພວກເຂົາມີປະຕິບັດການທາງທະຫານໃນຊ່ວງຂ້າມຄືນທີ່ຜ່ານມາ ແລະ ກຳລັງປະເມີນຜົນລັບ ແຕ່ເຊື່ອວ່າສຳເລັດເນື່ອງກອງທັບຣັດເຊຍຖຶກບີບຣັດເຊຍຖຶກບີບໃຫ້ອົບພະຍົບໂດຍເຮືອໄວ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page