ຜູ້ຍິງຕ້ອງລະວັງ!4 ໂລກມະເຮັງຮ້າຍ ສ່ຽງຕໍ່ຊີວິດໄດ້

ຜູ້ຍິງຕ້ອງລະວັງ!4 ໂລກມະເຮັງຮ້າຍ ສ່ຽງຕໍ່ຊີວິດໄດ້

ການບໍ່ມີໂລກເປັນລາບອັນປະເສີດ ເປັນຄໍາທີ່ເຮົາເຄີຍໄດ້ຍີນກັນມາດົນ ເພາະການເຈັບໄຂ້ ບໍ່ພຽງເຮັດໃຫ້ເສຍຊັບເພື່ອນຳໄປໃນການຮັກສາຕົວຢ່າງດຽວ ແຕ່ຍັງເສຍໂອກາດຈະໄດ້ໃຊຊີວິດແບບຄົນປົກກະຕິທົ່ວໄປ ທຸກທໍລະມານຈາກອາການປ່ວຍ ລວມເຖິງຍັງບັ່ນທອນກຳລັງໃຈທີ່ຈະມີຊີວິດຢູ່ຕໍ່ອີກດ້ວຍ.


ໂດຍສະເພາະຜູ້ຍິງເຊິ່ງມີໂອກາດຈະປ່ວຍເປັນມະເຮັງຕ່າງໆໄດ້ງ່າຍ ເພື່ອເປັັນການໃຫ້ຜູ້ຍິງໄດ້ຮູ້ຈັກລະມັດລະວັງແລະປ້ອງກັນຕົວເອງໃຫ້ຫ່າງໄກຈາກໂລກເຫຼົ່ານີ້ ມື້ນີ້ແອດຈະມາບອກ 4ໂລກຮ້າຍດັ່ງລຸ່ມນີ້:


1. ມະເຮັງເຕົ້ານົມ: ເປັນສາເຫດການເສຍຊີວິດອີກໂລຫໜື່ງ ໂດຍສາມາດພົບຜູ້ປ່ວຍໄດ້ທຸກຊ່ວງອາຍຸ ແຕ່ຄວາມສ່ຽງຕໍ່ໂລກຈະເພີ່ມຂື້ນຕາມອາຍຸໂດຍສະເພາະຜູ້ຍິງໃນຊ່ວງໄວໝົດປະຈຳເດືອນ
ນອກຈາກນີ້ໂອກາດທີ່ຈະປ່ວຍເປັນມະເຮັງມາຈາກພັນທະກຳລວມເຖິງການໃຊ້ໂຮໂມນເອດໂຕເຈນເປັນເວລາດົນ ແລະການໃຊ້ຊີວິດທີ່ທຳຮ້າຍສຸຂະພາບ.


2.ມະເຮັງປາກມົດລູກ: ເກີດຈາກການຕິດເຊື້ອເອບພີວີ ເຊິ່ງເປັນເຊື້ອໄວຣັດທີ່ສາມາດຕິດຕໍ່ໄດ້ຈາກການມີເພດສຳພັນ ລວມເຖິງການເຂົ້າໄປສຳພັດກັບເຊື້ອຊະນິດນີ້ຫຼາຍກວ່າ 100ສາຍພັນ ສາມາດປ້ອງກັນໄດ້ດ້ວຍການຫຼີກລ້ຽງການມີເພດສຳພັນແບບທີ່ມີຄວາມສ່ຽງຈະຕິດເຊື້ອ
3. ມະເຮັງເຢື້ອໂພງມົດລູກ: ເປັນໂລກມະເຮັງທີ່ພົບງ່າຍໃນອະໄວຍະວະສືບພັນຂອງເພດຍິງກ້ອນມະເຮັງເຕີບໂຕໄດ້ໂດຍການກະຕຸ້ນຂອງຮໍໂມນເອດໂຕເຈນ ເຊິ່ງຖ້າຫາກຮ່າງກາຍຜະລິດຮໍໂມນເອດໂຕເຈນຫຼາຍເກີນໄປຫຼືໄດ້ຮັບຮໍໂມນນີ້ຈາກແຫຼ່ງອື່ນ ກໍເປັນປັດໄຈສ່ຽງທີ່ເຮັດໃຫ້ເກີດໂລກນີ້ໄດ້ເຊັ່ນດຽວກັບໂລກມະເຮັງເຕົ້ານົມ


4. ມະເຮັງລຳໄສ້ໃຫຍ່: ອາການທຳອິດຂອງໂລກມັກຈະບໍ່ມີຄວາມຜິດປົກກະຕິທີ່ສັງເກດໄດ້ຢ່າງຊັດເຈນ ແຕ່ຖ້າໂລກເລີ່ມຮຸກຮານ ຈະມີອາການທີ່ກ່ຽວກັບລະບົບຂັບຖ່າຍຄື: ທ້ອງເສຍສະຫຼັບກັບທ້ອງຜູກ ແບບທີ່ບໍ່ເປັນມາກ່ອນ ປວດມວນໃນທ້ອງຄືກັບຖ່າຍບໍ່ສຸດ, ຖ່າຍເປັນເລືອດ ແລະ ອາດມີອາການອາຈຽນ,ອ່ອນເພຍ ເບື່ອອາຫານຈົນນ້ຳໜັກຫຼຸດໂດຍບໍ່ຮູ້ສາເຫດຫຼືພົບກ້ອນໃນທ້ອງຮ່ວມດ້ວຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page