ສາມີຈູດໄຟເຜົາໄໝ້ໂບດຍ້ອນພັນລະຍາເອົາເງີນໄປບໍລິຈາກໃຫ້ໂບດໝົດ

ສາມີຈູດໄຟເຜົາໄໝ້ໂບດຍ້ອນພັນລະຍາເອົາເງີນໄປບໍລິຈາກໃຫ້ໂບດໝົດ


ໃນວັນທີ 26ມີຖຸນາທີ່ຜ່ານມາ ໄດ້ເກີດເຫດໄຟໄໝ້ທີ່ໂບດເຊນບາຊິວເດິເກດ ໃນໝູ່ບ້ານພາໂກໂລໂວເມືອງເຊນປີເຕີເບິກຂອງຣັດເຊຍ ໄຟໄດ້ລຸກລາມຫຼັງຄາໄມ້ແລະຝາໂບດຢ່າງວ່ອງໄວ ແລະ ອາຄານໝົດຫຼັງອາດຖຶກໄຟໄໝ້ຈົນໝົດ ຖ້າເກີດຫາກບວດບໍ່ຊ່ວຍກັບດັບ.


ຫຼັງຈາກສືບສວນຂອງຕໍາຫຼວດພົບວ່າ ຕົ້ນປາຍສາເຫດໄຟໄໝ້ມາຈາກຊາຍທ້ອງຖິ່ນອາຍຸ 36ປີ ເຊິ່ງຖຶກກ່າວຫາວ່າເຂົາຕັດສິນໃຈແກ້ແຄ້ວນທາງໂບດຫຼັງຈາກທີ່ຜິດຖຽງກັບພັນລະຍາຂອງເຂົາ ເຊິ່ງເຮັດໃຫ້ຄວາມໂສກເສົ້າຂອງຊາວບ້ານໄດ້ປ່ຽນເປັນຄວາມຄຽດແຄ້ນຢ່າງໄວ


ຈາກການລາຍງານວ່າ 4ພໍ່ລູກຜິດຖຽງກັບພັນລະຍາຂອງເຂົາເຊິ່ງມັກຈະມາເປັນອາສາສະໝັກທີ່ໂບດ ໂດຍສາເຫດຂອງການຜິດຖຽງຄັ້ງນີ້ມາຈາກການທີ່ພັນລະຍາຂອງເຂົາບໍລິຈາກເງີນທັງໝົດໃຫ້ກັບທາງໂບດ
ດ້ວຍເຫດນີ້້ທັງຄູ່ຈື່ງຜິດຖຽງກັນ ເຂົາຈຶ່ງຄິດວ່າຕົວເອງເຮັດຫຍັງບາງຢ່າງຖ້າບໍ່ແມ່ນກັບພັນລະຍາຂອງເຂົາກໍຕ້ອງເປັນການຈູດໂບດແຫ່ງນີ້ຖິ້ມໄປ.


ໂຊກດີທີ່ໄຟໄໝ້ຈະສ້າງຄວາມເສຍຫາຍພາຍນອກຢ່າງໜັກ ແຕ່ພາຍໃນຂອງໂບດສ່ວນໃຫຍ່ຍັງບໍ່ໄດ້ຮັບຜົນກະທົບຮ້າຍແຮງຈາກໄຟ ສ່ວນຊີວິດຄູ່ຂອງທັງສອງຍັງຄົງໜ້າສົນໃຈວ່າຈະເປັນແບບໃດຫຼັງຈາກເກີດເຫດການນີ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page