ສີລັງກາເຈັບໜັກຕື່ມ ອັດຕາເງີນເຟີ້ທະລຸ 50%ຄັ້ງທຳອິດ IMFຫຼຸດລາຄາຜູ້ບໍລິໂພກ
ສີລັງກາມີອັດຕາເງີນເຟີ້ລະທຸ 50% ເປັນຄັ້ງທຳອິດທ່າມກາງວິກິດເສດຖະກິດທີ່ເຮັດໃຫ້ພະລັງງານຂາດແຄນຮຸນແຮງ ຈົນທາງການຕ້ອງສັ່ງການປິດໜຽ່ວຍງານທີ່ບໍຈຳເປັນ
ຈາກການລາຍງານວ່າ ອັດຕາເງີນເຟີ້ຂອງປະເທດສີິລັງກາເພີ່ມຂື້ນທຸກສະຖິຕິເປັນເດືອນທີ 9 ຕິດຕໍ່ກັນໃນເດືອນມີຖຸນາ ເງີນເຟີ້ພຸ່ງທະລຸ 50% ເປັນຄັ້ງທຳອິດແລະໄປຢຸດຢຸ່ທີ່ 54.6%
ຄວາມເຄື່ອນໄຫວລ່າສຸດເກີດຂື້ນພຽງບໍ່ຮອດຊົ່ວໂມງ ຫຼັງຈາກເຈົ້າໜ້າທີ່ລັດທະບານສີລັງກາສິ້ນສຸດການເຈລະຈາ 10ມື້
ກັບກອງທືນການເງີນລະຫວ່າງປະເທດ ເພື່ອຂໍເງີນຊ່ວຍເຫຼືອກ້ອນໃໝ່ ສຳລັບໃຊ້ບັນເທົາວິກິດເສດຖະກິດໃນປະເທດ ໂດຍ ຮຽກຮ້ອງໃຫ້ລັດຖະບານໂຄລອມໂບ ຄວບຄຸມອັດຕາເງີນເຟີ້ທີ່ພຸ່ງບໍ່ຢຸດໃຫ້ໄດ້ແລະແກ້ບັນຫາການສໍ້ລາດບັງຫຼວງ
ທັງນີ້ ວິກິດເສດຖະກິດໃນສີລັງກາ ເຊິ່ງເກີດຈາກການຂາດແຄນເງີນຕາຕ່າງປະເທດ ສົ່ງຜົນໃຫ້ພວກເຂົາບໍ່ມີເງີນນຳເຂົ້າສິນຄ້າສໍາຄັນຕ່າງໆທັງອາຫານ,ຢາ ແລພ ພະລັງງານ ເຮັດໃຫ້ທາງການຕ້ອງສັ່ງປິດໜ່ວຍງານລັດຖະບານທີ່ສຳຄັນເປັນເວລາ 2ອາທິດ ລວມເຖິງໂຮງຮຽນເພື່ອຫຼຸດການເດີນທາງດ້ວຍ.