5 ວິທີສຳລັບຄົນຢາກຫຼຸດນ້ຳໜັກ ຊ່ວຍໃຫ້ກິນໜ້ອຍລົງ
ເຮົາສາມາດກິນໃຫ້ໜ້ອຍລົງແຕ່ຍັງອີ່ມທ້ອງຢູ່ ໃຫ້ການຫຼຸດນ້ຳໜັກບໍ່ແມ່ນເລື່ອງຍາກ ມື້ນີ້ແອດຈະມາບອກວິທີ ຂອງການຫຼຸດນ້ຳໜັກໃຫ້ເວລາກິນໃຫ້ກີນໜ້ອຍລົງແລະອີ່ມທ້ອງມີດັ່ງລຸ່ມນີ້:
1.ຄວນເລືອກກີນໂປູຕິນ: ການກິນໂປ໌ຕິນ ຈະຊ່ວຍໃຫ້ອີ່ມແລະຢູ່ທ້ອງໄດ້ດົນຍິ່ງຂື້ນໃນການຮັບປະທານອາຫານຄວນມີ່ໂປູຕິນກ່ອນທຸກຄັ້ງ ແຕ່ຄວຍນເລືອກໂປຼຕິນທີ່ມີສຸຂະພາບໄຂມັນຈາກເນື້ອສັດຕໍ່າເຊັ່ນ: ປາ,ໄກ່,ເຕົ້າຮູ້ ເປັນຕົ້ນ.
2.ຄວນກິນໄຂມັນດີ: ໄຂມັນທີ່ດີຈະຊ່ວຍໃຫ້ເຮົາກິນອາຫານແລ້ວອີ່ມທ້ອງໄດ້ງ່າຍຂື້ນດ້ວຍເຊັ່ນກັນ ແລະ ຍັງດີຕໍ່ຮ່າງກາຍອີກດ້ວຍ ໄຂມັນດີມີຢູ່ໃນອາຫານຫຼາຍຢ່າງເຊັ່ນ: ອາໂວກາໂດ, ນໍ້າມັນໝາກກອກ ແລະ ຖົ່ວເປັນຕົ້ນ.
3.ເນັ້ນໃຍອາຫານຈາກທັນຍາພືດ: ອາຫານທີ່ມີກາກໃຍສູງ ກິນແລ້ວເຮັດໃຫ້ອີ່ມງ່າຍ ຢູ່ທ້ອງ ແລະ ຍັງດີຕໍ່ລະບົບຂັບຖ່າຍ ແລະ ຫຼຸດຄວາມສ່ຽງຂອງໂລກມະເຮັງລຳໄສ້ໄດ້ອີກດ້ວຍ ອາຫານທີ່ມີກາກໃຍອາຫານສູງ ໄດ້ແກ່ຜັກ ໂດຍສະເພາະໃບສີຂຽວແລະຍັນຍາພືດບໍ່ຂັດສີເປັນຕົ້ນ.
4.ຫຍໍ້າຊ້າໆມີເວລາໃຫ້ສະໝອງຮັບຮູ້ຄວາມອີ່ມ: ຄົນທີ່ຫຍໍ້າແລ້ວຮີບກືນໄວໆ ໃຊ້ເວລາການກິນອາຫານຂ້າວ 1ຈານໄວໆ ມັກມີໂອກາດທີ່ຈະຮູ້ສຶກອີ່ມ ໜ້ອຍກວ່າຄົນທີ່ຄ່ຶຍໆ ກິນ ຄ່ອຍໆ ຫຍໍ້າ ນັ້ນເປັນເພາະລະຫວ່າງທີ່ຮີບກິນສະໝອງຍັງບໍ່ໄດ້ຮັບຮູ້ວ່າອາຫານຕົກເຖິງທ້ອງ ຈື່ງເຮັດໃຫ້ບໍ່ຮູ້ສຶກອີ່ມ ຄົນທີ່ຮີບກິນຈື່ງສ່ຽງທີ່ຈະກີນຫຼາຍຂື້ນ.
5.ກີນໃຫ້ຖຶກເວລາຢ່າປ່ອຍໃຫ້ຫິວຫຼາຍ: ເມື່ອໃດທີ່ນໍ້າຕາຕົກຫຼືຫິວແຮງໆ ຈະເຮັດໃຫ້ເຮົາກີນຫຼາຍຂືນໂດຍບໍ່ຮູ້ຕົວ ດັ່ງນັ້ນຄວນກິນເຂົ້າໃຫ້ຖຶກເວລາ ແລະ ຢ່າປ່ອຍໃຫ້ຕົນເອງຫິວແຮງແລ້ວຄ່ອຍກິນ.