ຣັດເຊຍຖະຫຼົ່ມເມືອງໂອເດສຊາ ຫຼັງຖອນກຳລັງຈາກເກາະງູ

ຣັດເຊຍຖະຫຼົ່ມເມືອງໂອເດສຊາ ດັບ 18 ຄົນ ຫຼັງຖອນກຳລັງອອກຈາກເກາະງູ


ການໂຈມຕີດ້ວຍຂີປະນາວຸດຂອງຣັດເຊຍ ສັງຫານ 18 ຄົນ ຮັບບາດເຈັບອີກຫຼາຍສິບຄົນໃນເມືອງໂອເດສຊາ ໜຶ່ງມື້ຫຼັງຈາກຖອນກຳລັງອອກຈາກເກາະງູ


ວັນທີ 1 ກໍລະກົດ 2022 ເອເອຟພີລາຍງານວ່າ ຂ່າວດັ່ງກ່າວມີຂຶ້ນຫຼັງຈາກຜູ້ນຳນາໂຕ່ສຳເລັດການປະຊຸມສຸດຍອດໃນກຸງມາດຣິດ ໂດຍ “ໂຈ ໄບ ເດນ” ປທນ ສະຫະລັດ ໄດ້ປະກາດອານຸມັດຊ່ວຍເຫຼືອທາງການທະຫານໃຫ້ກັບຢູເຄຼນ ອີກ 800 ລ້ານໂດລາ ເພື່ອຈັດຫາອາວຸດຊຸດໃໝ່ໃຫ້ຢູເຄຼນ


ໄບເດນກ່າວວ່າ ເຮົາຈະຄຽງຂ້າງຢູເຄຼນ ແລະ ພັນທະມິດທັງໝົດກໍຈະຢູຄຽງຂ້າງຢູເຄຼນ ເພື່ອໃຫ້ແນ່ໃຈວ່າຢູເຄຼນຈະບໍ່ແພ້ຣັດເຊຍ
ຣັດເຊຍຍິງຂີປະນາວຸດເມື່ອຊ່ວງຕອນເຊົ້າວັນສຸກ ສ້າງຄວາມສເຍຫາຍໃຫ້ກັບອາຄານອາພາດເມັ້ນ ແລະ ສູນພັກຜ່ອນ ທີ່ຢູ່ຫ່າງຈາກທ່າເຮືອໂອເດສຊາໄປທາງໃຕ້ປະມານ 80 ກິໂລແມັດ ໂດຍເມືອງໂອເດສຊາເປັນພື້ນທີ່ຍຸດທະສາດໃນຄວາມຂັດແຍ້ງຄັ້ງນີ້ ແລະ ກ່ອນໜ້ານີ້ໄດ້ເກີດສະຖານະການຮຸນແຮງທີ່ບໍ່ສາມາດຄວບຄຸມໄດ້


ເບື້ອງຕົ້ນໜ່ວຍບໍລິການສຸກເສີນຂອງຢູເຄຼນລະບຸວ່າ ມີຜູ້ເສຍຊີວິດ 17 ຄົນ ແລະ ບາດເຈັບ 30 ຄົນ ຫຼັງການໂຈມຕີສອງຄັ້ງ ຕໍ່ມາເຈົ້າໜ້າທີ່ອາວຸໂສຂອງຢູເຄຼນເຜີຍທາງທະເລແກຣມວ່າ ຈຳນວນຜູ້ເສຍຊີວິດທັງໝົດ 18 ຄົນ ໃນຈຳນວນນີ້ມີເດັກ 2 ຄົນ


ເມື່ອຊ່ວງຕົ້ນອາທິດເກີດຄວາມບໍ່ພໍໃຈທົ່ວໂລກ ເມື່ອການໂຈມຕີຂອງຣັດເຊຍໄດ້ທຳລາຍສູນການຄ້າແຫ່ງໜຶ່ງໃນເມືອງເຄຣເມນຊຸກ ທາງຕອນກາງຂອງຢູເຄຼນ ສົ່ງຜົນໃຫ້ພໄນເຮືອນເສຍຊີວິດຢ່າງນ້ອຍ 18 ຄົນ ແຕ່ “ວາລາດິເມຍ ປູຕິນ” ປະທານາທິບໍດີຣັດເຊຍປະຕິເສດວ່າກອງທັບຣັດເຊຍບໍ່ໄດ້ຢູ່ເບື້ອງຫຼັງການໂຈມຕີຄັ້ງນີ້

Leave a Reply

Your email address will not be published. Required fields are marked *

You cannot copy content of this page