5 ອັນດັບຮູບປັ້ນຂອງພະພຸດທະຮູບທີ່ງາມແລະໃຫຍ່ທີ່ສຸດໃນໂລກ
1.ພະພຸດທະຮູບເລຈຸນ ເມືຶງໂມນວາ ( ປະເທດມຽນມາ ) : ມີຄວາມສູງ 170ແມັດແລະພະພຸດທະຮູບແບບຢືນມີຄວາມສູງ 115.8ແມັດ ເຊິ່ງພະພຸດທະຮູບແບບພະນອນທີ່ໄດ້ຮັບການຍົກຍ້ອງວ່າເປັນພະນອນທີ່ຂະໜາດໃຫຍ່ທີ່ສຸດໃນໂລກ

2.ຫຼວງພໍ່ສັດຈະທຳ ກຣຸງທິມພູ (ປະເທດພູຖານ): ມີຂະໜາກສູງເຖິງ 169ຟຸດ ຕັ້ງຢູ່ຈຸດທີ່ຈູງທີ່ສຸດໃນໂລກ ເຊິ່ງໃນປະເທດພູຖານ ຈື່ງຖືເປັນພະພຸດທະຮູບທີ່ມີຄວາມງົດງາມໂດຍບໍ່ມີບ່ອນຕິ ແລະຍັງຕັ້ງຢູ່ຈຸດທີ່ມີທິວທັດງົດງາມອີກດ້ວຍ.

3.ພະໃຫຍ່ ເລີຊານ ( ປະເທດຈີນ ) : ພະໃຫຍ່ເລີຊານ ທີ່ຖຶກຍົກໃຫ້ເປັນພະພຸດທະຮູບຫິນທີ່ແກະເທິງຜາ ມີຄວາມສູງ 71ແມັດ ເປັນພະທີ່ສະທ້ອນໃຫ້ເຫັນເຖິງຄວາມຍິ່ງໃຫຍ່ຂອງວັດທະນະທຳ ແລະ ຄວາມຈະເລີນຮຸ່ງເຮືອງໃນສະໄໝລາຊະວົງຖັງໄດ້ເປັນຢ່າງດີ.

4.ພະພຸດທະຮູບໃຫຍ່ ອຸດທະຍານ ໂຝກວາງຊານ ( ປະເທດໄຕ້ຫວັນ): ມີຄວາມສູງປະມານ 50ແມັດ ເຊິ່ງມີສາກຫຼັງເປັນທຳມະຊາດອັນສວຍສົດງົດງາມເຮັດໃຫ້ປະຈຸບັນວັດແຫ່ງນີ້ສະຖານທີ່ ທີ່ມີນັກທ້ອງທ່ຽວໄປຊົມຢ່າງຫຼວງຫຼາຍຂອງໄຕ້ຫວັນ.

5.ພະໃຫຍ່ຫຼິງຊານຕ້າຝໍ ວັດຫຼິງຊານ ( ປະເທດຈີນ): ເຊິ່ງມີີຂະໜາດໃຫຍ່ທີ່ສຸດ ທີ່ເດັ່ນສະຫງ່າຢູ່ເທິງພູຫຼິນຊານ ແລະ ສົມກັບເປັນພະພຸດທະຮູບທີ່ໃຫຍ່ແລະງາມທີ່ສຸດ ມິຄວາມສູງ 88ແມັດອ້ອມຮອບໄປດ້ວຍພູແລະທະເລ.
