ໄທແຕກຕື່ນຕົກໃຈ ເມື່ອຍົນມິກ-29 ມຽນມາບິນຜ່ານລ້ຳເຂດແດນ

ໄທແຕກຕື່ນຕົກໃຈ ເມື່ອຍົນມິກ-29 ມຽນມາບິນຜ່ານລ້ຳເຂດແດນ

ສຳນັກຂ່າວທຸກທີ່ທົ່ວໄທ ໄດ້ຕີແຜ່ເຫດການຍົນຮົບມຽນມາ ບິນຜ່ານ ລ້ຳເຂດແດນ 5 ກິໂລແມັດ ໃນຂະນະທີ່ຕໍ່ສູ້ກັບກຸ່ມຕິດອາວຸດແບ່ງແຍກດິນແດນ ໃກ້ຊາຍແດນໄທ ເຊິ່ງກາຍເປັນເລື່ອງໃຫຍ່ໂຕຄຶກໂຄມໃນ 2 ວັນມານີ້..

ຄົນໄທຜູ້ໜຶ່ງ ທີ່ອ້າງວ່າຢູ່ໃນເຫດການ ໃຫ້ສຳພາດຢ່າງຕື່ນເຕັ້ນ ວ່າ ມິກ-29 ມຽນ ຈົງໃຈສັກຫົວລົງມາ ແລ້ວລົວປືນກົນເປັນຊຸດໆໃສ່ລົດຂອງເຂົາ ທີ່ຈອດໃກ້ໆຊາຍແດນນັ້ນ ຈົນໄດ້ຮັບຄວາມເສຍຫາຍໜັກ ພ້ອມທັງຊີ້ໂຊຮູນ້ອຍໆເທົ່າປາຍໄມ້ທູ່ 2-3 ຮູ ໃຫ້ມືກ້ອງຖ່າຍ ເຊິ່ງນັກຂ່າວກໍຢືນຢັນວ່າເປັນເຫດການທີ່່ເກີດຂຶ້ນຈິງ.

ມິກ-29 ທີ່ຜະລິດໂດຍໂຊວຽດ-ຣັສເຊຍ ຕິດປືນກົນໜັກ ຂະໜາດ 30ມມ 2 ກະບອກ ສາມາດເຈາະເກາະ ແລະລະເບີດເມື່ອກະທົບເປົ້າໝາຍ ເຮັດໃຫ້ມຸ່ນອຸ້ຍປຸ້ຍພາຍໃນພິບຕາ..

ທີ່ມາ: ສາຍຂ່າວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page