ສົງຄາມຍັງລຸກເປັນໄຟ!ປະທານາທິບໍດີເບລາຣຸດ ຕອບໂຕ້ຢູເຄຼນຍິງຂີປະນາວຸດໃສ່ດິນແດນ

ສົງຄາມຍັງລຸກເປັນໄຟ! ປະທານາທິບໍດີເບລາຣຸດ ຕອບໂຕ້ຢູເຄຼນຍິງຂີປະນາວຸດໃສ່ດິນແດນ



ອາເລັກຊານເດີ ລູຄາເຊນໂກ ປະທານາທິບໍດີເບລາຣຸດ ເປີດເຜີຍວ່າທະຫານຈັດການຖິ້ມຂີປະນາວຸດທີ່ຍິງມາຈາກຢູເຄຼນ ເຂົ້າໃສ່ດິນແດນຂອງພວກເຂົາແລະປະກາດຕອບໂຕ້ທັນທີຕໍ່ການໂຈມຕີຂອງສັດຕູໃດໆ
ເຊິ່ງຢູເຄຼນອ້າງວ່າ ຂີປະນາວຸດຫຼາຍລູກຖຶກຍິງອອກມາຈາກເບລາຣຸດ ພຸ່ງໃສ່ເຂດຕາມແນວຊາຍແດນແຫ່ງໜື່ງພາຍໃນດິນແດນຂອງພວກເຂົາ


ລູຄາເຊນໂກຢືນການປະເທດຂອງເຂົາບໍ່ໄດ້ກຳລັງຫາທາງແຊກແຊງຄວາມຂັດແຍ້ງລະຫວ່າງຣັດເຊຍກັບຢູເຄຼນ ແຕ່ສົ່ງສຽງເຕືອນໄປຍັງຄຽບແລະພັນທະມິດຕາເວັນຕົກຂອງຄຽບວ່າ “ ຕາມທີ່ຂ້ອຍເຄີຍເວົ້າເມື່ອ 1ປີກ່ອນ ເຮົາບໍ່ມີຄວາມຕັ້ງໃຈຮູ້ສົບໃນຢູເຄຼນ”


“ ເຮົາສູ້ຮົບກໍຕໍ່ເມື່ອໃນກໍລະນີດຽວ ຖ້າເຂົ້າມາໃນດິນແດນຂອງເຮົາ ຂ້າຄົນຂອງເຮົາ ເມື່ອນັ້ນເຮົາຈະຕອບໂຕ້” ເຂົາລະບຸ ພ້ອມເຕືອນວ່າເບລາຣຸດຈະຕອບໂຕ້ “ ຢ່າງທັນທີໃດຕໍ່ການໂຈມຕີດິນແດນຂອງພວກເຮົາຂອງຝ່າຍສັດຕູ”

Leave a Reply

Your email address will not be published. Required fields are marked *

You cannot copy content of this page