ຊັບພະຄຸນ “ດອກອັນຊັນ” ຊ່ວຍບໍາລຸງຮ່າງກາຍແລະສຸຂະພາບ

ຊັບພະຄຸນ “ດອກອັນຊັນ” ຊ່ວຍບໍາລຸງຮ່າງກາຍແລະສຸຂະພາບ


1.ແກ້ຜົມຫຼົ່ນ: ດອກອັນຊັນມີສານແອນໂທໄຊຍານິນມີຄຸນສົມບັດເພີ່ມການໄຫຼວຽນຂອງເລືອດໃນຫຼອດເລືອດນ້ອຍໆຂອງຮ່າງກາຍເຊັ່ນ: ຫຼອດເລືອດສ່ວນປາຍ ເຮັດໃຫ້ເລືອດໄປລ້ຍງຮາກຜົມໄດ້ດີຍິ່ງຂື້ນ ແກ້ອາການຜົມຫຼົ່ນໄດ້ດີໃນລະດັບໜື່ງ




2.ແກ້ອາການຕາຟາງແລະບຳລຸງສາຍຕາ: ສານແອນໂທໄຊຍານິນໃນດອກອັນຊັນສາມາດຊ່ວຍບັນເທົາອາການທີ່ກ່ຽວກັບບັນຫາສຸຂະພາບດວງຕາເຊັ່ນ: ອາການຕາຟາງ ຕາເສື່ອມຈາກໂລກເບົາຫວານ ເນື່ອງຈາກສານທີ່ມີຢູ່ໃນພືກສີມ່ວງ,ສີແດງ ຫຼື ສີນ້ຳເງີນ ມີສ່ວນຊ່ວຍກະຕຸ້ນການໄຫຼວຽນຂອງຫຼອດເລືອດຂະໜາດນ້ອຍໃນດວງຕາ ເພີ່ມປະສິດທິພາບໃນການເບິ່ງເຫັນ.


3.ແກ້ອາການອາຫານເປັນພິດ: ເຊິ່ງດອກອັນຊັນມີສານຕ້ານອານຸມູນອິດສະຫຼະຊະນິດໜື່ງ ແລະ ຍັງມີປະສິດທິພາບຢັບຢັ້ງເຊື້ອອີໂຄໄລໃນທາງເດີນອາຫານ,ຊ່ວຍແກ້ອາການອາຫານເປັນພິດ.
4.ແກ້ອາການເຈັບທ້ອງ: ມີສ່ວນຊ່ວຍຫຼຸດການຫົດເກັງໃນຊ່ອງທ້ອງ ສາມາດເເກ້ອາການເຈັບທ້ອງ ໂດຍການກິນດອກອັນຊັນເພື່ອຫຼຸດການແກ້ປວດດ້ວຍການນຳດອກອັນຊັນໄປຕົ້ມດື່ມ.


5.ຊ່ວຍແກ້ຊໍ້າໃນແລະຫຼຸດອາການບວມ: ເຊິ່ງມີສານຊ່ວຍກະຕຸ້ນການໄຫຼວຽນໂລຫິດໃນຫຼອດເລືອດຂະໜາດນ້ອຍ ສົ່ງຜົນໃຫ້ເລືອດໄຫຼວຍນໄປຍັງເຊວຕ່າງໆໄດ້ດີຂືນແລະພໍມີເລືອດໄຫຼວຽນມາລ້ຽງເຊວຜິວທີ່ຊໍ້າຫຼືບວມຫຼາຍຂື້ນອາການຜິດປົກກະຕິເຫຼົ່ານີ້ກໍຈະບັນເທົາລົງໄດ້ ນອກຈາກນີ້ສານແອນໂທໄຊຍານິນກໍມີຊັບພະຄຸນຊ່ວຍຢັບຢັ້ງການເສື່ອມຂອງເຊວ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page